Monday, March 13, 2017

Name Server (NS) ຫຼື DNS ໃນ Domain name (ຊື່ໂດເມນ) ເຮັດວຽກແນວໃດ

ພາບປະ​ກອບ Name Server (NS) ຫຼື DNS ໃນ Domain name (ຊື່ໂດເມນ) ເຮັດວຽກແນວໃດ

Name Server (NS) ຄືຫຍັງ ?

ຫຼັງຈາກທ່ານໄດ້ດໍາເນີນການຈົດທະບຽນຊື່ Domain ຜູ້ໃຫ້ບໍລິການ Email Hosting ຈະສົ່ງຂໍ້ມູນຕ່າງໆ ມາໃຫ້ ຊຶ່ງຂໍ້ມູນສໍາຄັນທີ່ທ່ານຕ້ອງພົບ ຄື ຕ້ອງໃຫ້ Domain name ຂອງທ່ານຕ້ອງກໍາຫນົດຄ່າ NS ຂອງ Domain ເປັນ

NS1 ມາທີ່ NS1.xxxx.com
NS2 ມາທີ່ NS2.xxxx.com 

Name Server ຫຼື NS ຂໍອະທິບາຍເພື່ອໃຫ້ເຂົ້າໃຈງ່າຍ ມັນມີຫນ້າທີ່ທີ່ຄ້າຍຄືກັນຊື່ຫຼິ້ນຂອງ IP Web Hosting
ແທນ​ທີ່ຈະເອີ້ນ​ວ່າເປັນ 122.111.111.11 ຊຶ່ງມັນເປັນ number ແລະ ຍາກທີ່ຈະຈື່ຈໍາ ດັ່ງນັ້ນ ຈຶ່ງມີວິທີການເອີ້ນເປັນ
Name Server ແທນຊື່ໂພດ NS1.xxxx.com ງ່າຍຕໍ່ການຈື່


ການເຮັດວຽກເບື້ອງຕົ້ນ Domain Name

ພາບປະກອບຄວາມສໍາພັນ ແລະຕົວຢ່າງໃນເວລາທີ່ທ່ານໄປຢ້ຽມຢາມເວັບໄຊ

ອະທິບາຍຂະບວນການການເຮັດວຽກດັ່ງຕໍ່ໄປນີ້
  1. ໃນເວລາທີ່ທ່ານພິມ www.abc.com ແລະກົດ Enter ຜ່ານ Browser
  2. ISP (ຜູ້ໃຫ້ບໍລິການ Internet ຕາມທີ່ທ່ານໃຊ້ວຽກ) ຈະຖາມຫາວ່າ Name Server (NS) ຂອງ Domain: abc.com ນັ້ນເປັນຄ່າຫຍັງ ເຊັ່ນ Domain: www.abc.com ກໍານົດເປັນຄ່າ NS1.xxx.com, NS2.xxx.com ຜູ້ໃຫ້ບໍລິການ ຫຼື ISP ມັນຈະແປງເປັນ IP ຈາກ NS: NS1.xxx.com , NS2.xxx.com ເປັນ IP ຂອງ Web Hosting  ທີ່ທ່ານໃຊ້ບໍລິການ ຫຼັງຈາກນັ້ນມັນແລ່ນໄປຫາ Web Hosting ດັ່ງກ່າວທັນທີ
  3. ໃນເວລາທີ່ Web Hosting ຖືກຮ້ອງຂໍເບິ່ງ ມັນຈະສະແດງຂໍ້ມູນໃຫ້ເຫັນ

ການຕັ້ງຄ່າ Name Server ແບບພື້ນຖານ


ການຕັ້ງຄ່າ Name server (NS) ໃນ Domain name (ຊື່ໂດເມນ)
  1. Login ໃນສ່ວນຫນ້າການຈັດການ Domain name
  2. ໃສ່ Username ແລະ Password ເພື່ອເຂົ້າສູ່ລະບົບການຈັດການ Domain name
  3. ໃສ່ຂໍ້ມູນ Name Server ໃຫ້ລະບຸ
    NS1 ເປັນຄ່າ ທີ່ຜູ້ໃຫ້ບໍລິການ Web Hosting ກໍານົດໄວ້
    NS2 ເປັນຄ່າ ທີ່ຜູ້ໃຫ້ບໍລິການ Web Hosting ກໍານົດໄວ້
  4. ຫຼັງຈາກນັ້ນລໍປະ​ມານ 24 ຊົ່ວໂມງ Domainname ຂອງທ່ານ ຈະຖືກຊີ້ໄປຍັງ Web Hosting ຢ່າງ​ສົມ​ບູນ


ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ
ຜູ້ໃຫ້ບໍລິການຝາກ Web Hosting  ທີ່ດີທີ່ສຸດ ສໍາລັບທຸລະກິດ

3 comments:

  1. This is very educational content and written well for a change. It's nice to see that some people still understand how to write a quality post! name a company

    ReplyDelete
  2. I admire this article for the well-researched content and excellent wording. I got so involved in this material that I couldn’t stop reading. I am impressed with your work and skill. Thank you so much. ps4 dns error

    ReplyDelete
  3. A very awesome blog post. We are really grateful for your blog post. You will find a lot of approaches after visiting your post. fix Ps4 controller red light

    ReplyDelete