Thursday, February 2, 2017

Web Hosting ຄື ຫຍັງ ແລະ ເຮັດວຽກແນວໃດ

ການເຮັດວຽກຂອງ Web Hosting

Web Hosting ເຮັດວຽກແນວໃດ

ຜູ້ຂຽນເຊື່ອວ່າ ຄົນທີ່ເຂົ້າມາອ່ານບົດຄວາມນີ້ສ່ວນຫຼາຍ ເປັນຜູ້ເຮັດເວັບໄຊຕ໌ Programmer
ຫຼື ບຸກຄົນທົ່ວໄປທີ່ບໍ່ຮູ້ຈັກ ວ່າ Web Hosting ມີຄວາມຫມາຍ ແລະການເຮັດວຽກຂອງມັນ​ເປັນ​ແນວໃດ

ແລະຍັງເຊື່ອ​ວ່າ ຄົນທັງປະເທດລາວເກືອບ​ຈະ 100% ຕ້ອງເຄີຍເຫັນຄໍາວ່າ Web Hosting ມາກ່ອນຫນ້ານີ້ແລ້ວ ເພາະທ່ານຕ້ອງເຄີຍເຂົ້າ Website ຊຶ່ງຈຸດປະສົງຂອງການເຂົ້າເວັບໄຊຕ໌ 
ມີຕັ້ງແຕ່ ຄົ້ນຫາຂໍ້ມູນ,ສົ່ງອີເມວ, ຮັບ - ສົ່ງ file ແຕ່ທ່ານຮູ້ບໍ່ ວ່າ ຂໍ້ມູນໃນເວັບໄຊທ໌ທີ່ສະແດງ
ຢູ່ໃນຫນ້າຈໍນັ້ນ ມັນຖືກເກັບຂໍ້ມູນຢູ່ບ່ອນໃດ


ເວັບໄຊຕ໌ ຫຼື www ເຮັດໃຫ້ການຕິດຕໍ່ງ່າຍຫຼາຍ ຫຼື ການສື່ສານຂໍ້ມູນ ຕໍ່
ບຸກຄົນຈໍານວນຫຼາຍ ເປັນເລື່ອງທີ່ໃຜກໍ່ເຮັດໄດ້ ຫາກມີ Web Hosting ແລະ Domain


ຂໍ​ຍົກຕົວຢ່າງງ່າຍໆ ເຊັ່ນ ຫາກທ່ານຕ້ອງການ Save File ງານ ເປັນ.doc (ຫຼື Program
Microsoft Word) ທ່ານພຽງ​ແຄ່ Save File ນັ້ນລົງ Drive C:, D:, ຂອງເຄື່ອງຄອມພິວເຕີ
ຂອງທ່ານ ເວລາດຶງຂໍ້ມູນ File ອອກມາໃຊ້ວຽກ ທ່ານພຽງ​ແຄ່ເປີດ Mycomputer>Drive C: 
ແລ້ວປີດ File ທີ່ຕ້ອງການ

ແຕ່ການເປີດເວັບໄຊຕ໌ ເຊັ່ນ www.sanook.com ມັນບໍ່ແມ່ນການດຶງຂໍ້ມູນຈາກເຄື່ອງ
ຄອມພິວເຕີຂອງທ່ານ ແຕ່ວ່າມັນຕ້ອງໄປດຶງຂໍ້ມູນຈາກ Web Hosting ຫຼື Web Server ຊຶ່ງ
ຈະເອີ້ນເປັນ​ IP ເຊັ່ນ 61.22.11.22.33 ແຕ່ແທນ​ທີ່ທ່ານຈະຕ້ອງຈໍາ IP ​ນີ້ແລ້ວກົດ Enter
(ຊຶ່ງຄົງບໍ່ມີໃຜຈໍາໄດ້) 

ຈຶ່ງຈໍາເປັນຕ້ອງມີຊື່ Domain ເຊັ່ນ www.sanook.com ແທນການຈໍາ IP 



ການເຮັດວຽກຂອງ Web Hosting ແບ່ງໄດ້ເປັນ 2 ແບບ


ການເຮັດວຽກແບບ One way ຄື ນໍາຂໍ້ມູນ ເຊັ່ນ ຮູບພາບ ອັກສອນ ມາສະແດງໃຫ້ທ່ານເບິ່ງເທົ່ານັ້ນ

 

ການເຮັດວຽກແບບ Two way ນັ້ນ ເຊັ່ນ ເວັບໄຊທ໌ທີ່​ມີການໃຫ້ທ່ານໃສ່ຂໍ້ມູນ ເພາະ Server ຕ້ອງນໍາຂໍ້ມູນມາສະແດງກ່ອນ
ຫຼັງຈາກນັ້ນທ່ານຕ້ອງໃສ່ຂໍ້ມູນແລ້ວສົ່ງກັບໄປທີ່ Server ຫຼື Web Hosting


ຈິງໆ ແລ້ວ ຮູບແບບການເຮັດວຽກຂອງ Web Hosting ນັ້ນ ມີຫຼາຍປະເພດ ຂຶ້ນ​ຢູ່ ວ່າ ທ່ານ
ຕ້ອງການເຮັດວຽກເປັນຮູບແບບໃດ ແຕ່ໃນທີ່ນີ້ຜູ້ຂຽນຂໍຂຽນໃນຂໍ້​ຄວາມງ່າຍໆ ເພື່ອໃຫ້ຜູ້ອ່ານ
ເຮັດຄວາມເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປປະຍຸກ ຫຼື ໃຊ້ເປັນອົງປະກອບໃນການຕັດ​ສິນ​ໃຈຊື້ Email Hosting 



ບົດຄວາມໂດຍ


No comments:

Post a Comment