Sunday, March 5, 2017

Spam Mail or Junk Mail ​ ບັນຫາໃຫຍ່ສໍາລັບລະບົບອີເມວທຸລະກິດ


ຫຼາຍໆ ທ່ານທີ່ເຄີຍໃຊ້ອີເມວ (Email) ຈະເຄີຍພົບບັນຫາ Email ຂະ​ຫຍະ ຫຼື Spam Email ທີ່ສົ່ງມາໂຄສະນາຂາຍສິນຄ້າຕ່າງໆ ທັງທີ່ທ່ານບໍ່ໄດ້ມີຄວາມສົນໃຈໃນສິນຄ້າເຫລົ່າ​ນັ້ນ ເຮັດໃຫ້ທ່ານເກີດຄວາມ​ຮໍາ​ຄານທີ່ຈະຕ້ອງຕາມລົບອີເມວເຫລົ່າ​ນັ້ນ

ຍິ່ງໄປກວ່ານັ້ນ ຫາກວ່າທ່ານໃຊ້ອີເມວສໍາລັບເຮັດທຸລະກິດ ແຕ່ Email ໃນ Inbox ຂອງທ່ານເຕັມໄປດ້ວຍ Email ຂະ​ຫຍະ ທີ່ບໍ່ກ່ຽວກັບທຸລະກິດຂອງທ່ານ ມັນຈະເຮັດໃຫ້ທ່ານວຸ່ນວາຍ ທີ່ຈະຕ້ອງມາກວດສອບເບິ່ງ ວ່າ ອີເມວສະບັບໃດທີ່ສໍາຄັນ ຫຼື ສະບັບໃດທີ່ເປັນ Spam Mail ຊຶ່ງບາງຄັ້ງອາດຈະມີຄວາມຜິດພາດ ລົບອີເມວທີ່ສໍາຄັນອອກໄປ

Spam Email ຄືຫຍັງ ແລະຖືກສົ່ງມາ ໄດ້ແນວ​ໃດ ?
Spam Email ສ່ວນຫຼາຍ ຖືກສ້າງຂື້ນໂດຍ Bot ຫຼື Software ຄອມພິວເຕີ ເພື່ອທີ່ຈະສົ່ງ Email ໄປ​ຫາບຸກຄົນຈໍາ​ນວນ​ຫລາຍ ໃນຄັ້ງດຽວ ໂດຍມີຈຸດປະສົງ ຕັ້ງແຕ່ໂຄສະນາຂາຍສິນຄ້າ ຫຼືແມ້ກະທັ້ງການ​ສົ່ງ Virus ປ​ຫາບຸກຄົນທົ່ວ​ໂລກ

Spam Email ທີ່ເຂົ້າມາຈະຈະ​ຫຼາຍ​ຫຼື​ຫນ້ອຍ ຂຶ້ນຢູ່ກັບລະບົບ Email Server ຂອງຜູ້ໃຫ້ບໍລິການ ວ່າໄດ້ມີການຕິດຕັ້ງ Software ສໍາລັບການບໍລິຫານຈັດການ ຫຼື ກັ່ນຕອງ Spam ເຫຼົ່ານີ້ຫຼາຍປານໃດ ຍິ່ງມີ​ຄວາມເຂັ້ມ​ງວດ​ຫຼາຍ​ Spam Email ຂອງທ່ານຈະຫນ້ອຍລົງ


MailDee.com ຜູ້ໃຫ້ບໍລິການລະບົບ e-mail  ທີ່ສາມາດກັ່ນຕອງ Spam ເຖິງ 99.9% ເຮັດໃຫ້ທຸກ Inbox ຂອງທ່ານບໍ່ມີ Email ຂະ​ຫຍະ ຫຼື ອີເມວທີ່ບໍ່ຕ້ອງການ ລວມທັງລະບົບ Scan Virus ຄຸນນະພາບສູງ ເຮັດໃຫ້ທ່ານຫມັ້ນໃຈວ່າ Email ທຸກສະບັບນັ້ນປອດ​ໄພຈາກໄວຣັສ



No comments:

Post a Comment