Tuesday, January 31, 2017

ເປັນຫຍັງ email hosting ບາງແຫ່ງ ຫຼື email ບໍລິສັດ ສົ່ງອີເມວເຂົ້າ gmail ບໍ່ໄດ້

ทำไมคุณถึงส่ง Email เข้า Gmail ไม่ได้
ບັນຫາ Email Hosting ຫຼື Email Server ສົ່ງ Email ເຂົ້າ Gmail ບໍ່ໄດ້


ບັນຫາໃຫຍ່ຂອງຜູ້ໃຊ້ອີເມວທີ່ເປັນລະບົບ email hosting ຫຼື email server ບາງຄັ້ງບໍ່ສາມາດສົ່ງເຂົ້າອີເມວ gmail ໄດ້ ເຮົາຈະມາອະທິບາຍການການ​ທໍາ​ງານຂອງ email hosting ຕັ້ງແຕ່ເລີ່ມຕົ້ນ ເຖິງປາຍທາງ ຫຼື ຜູ້ຮັບ ວ່າມີການເຮັດວຽກເປັນຫຍັງ ໃນພາສາທີ່ເຂົ້າໃຈຢ່າງງ່າຍທີ່ສຸດ ສໍາລັບຄົນບໍ່ໄດ້ເຮັດວຽກດ້ານຄອມພິວເຕີສາມາດອ່ານໄດ້ເຂົ້າໃຈ

ໃນທີ່ນີ້ພວກເຮົາຈະເອີ້ນ email hosting , email server ເປັນຄໍາທີ່​ມີຫມາຍຄວາມດຽວກັນ (ຈິງໆ 
ແລ້ວມັນຄືກັນ ແຕ່ບໍ່​ຮູ້ເປັນຫຍັງຄົນຈຶ່ງເອີ້ນແຕກຕ່າງກັນ) ເພາະຄວາມເປັນຈິງແລ້ວມັນເປັນຕົວ
ດຽວກັນ


เมื่อส่ง Email ไปยัง Gmail
ການຂະບວນການທໍາງານຕັ້ງແຕ່ Email Hosting ຂອງທ່ານສົ່ງອີເມວອອກໄປຍັງ Gmail
ແລະບັນຫາ Email Hosting IP ຕິດ Black List

1.ເມື່ອຜູ້ສົ່ງ (sender) ສົ່ງອີເມວ email server ຫຼື email hosting ຈະມີຫນ້າທີ່ສົ່ງອອກໄປ ຊຶ່ງ
email server ຈະມີບ້ານເລກທີເປັນຂອງຕົນເອງ ເອີ້ນວ່າ  ip ເຊັ່ນ 123.456.789.1

2.ຫຼັງຈາກນັ້ນ email server ນີ້ມີຫນ້າທີ່ ນໍາອີເມວສະ​ບັບດັ່ງກ່າວໄປສົ່ງທີ່ປາຍທາງ ແຕ່ກ່ອນທີ່ຈະ

ເຖິງປາຍທາງ gmail ຈະກວດສອບກ່ອນວ່າ  ip ຕົວນີ້ຕິດ black list ຢູ່ບໍ່ ຖ້າບໍ່ຕິດຈະຍອມປ່ອຍ
ອີເມວໃຫ້ເຂົ້າ email server ຂອງ gmail

3.ເມື່ອ  Email Server ຂອງ gmail ໄດ້ຮັບອີເມວແລ້ວ ຈະເຮັດການແຍກວ່າ ຈະສົ່ງອີເມວນີ້ໃຫ້ເຂົ້າ
inbox ຫຼື spam box ໂດຍປົກກະຕິ gmail ມີລະບົບການ​ປະ​ມວນ​ຜົນທີ່ດີເລີດ ມັນສະຫລາດພຽງພໍທີ່ຈະວິເຄາະ ຂໍ້​ຄວາມໃນອີເມວ ວ່າແມ່ນອີເມວໂຄສະນາ (spam mailບໍ່ ໂດຍການວິເຄາະດັ່ງນີ້

  • 3.1 ຫາກທ່ານສົ່ງ email ທີ່​ມີຫົວຂໍ້ ແລະ ໃນເນື້ອຫາມີຂໍ້ຄວາມທີ່ຄ້າຍຄື ໄປຫາຫຼາຍໆຄົນໃນເວລາດຽວກັນເປັນປະລິມານຫຼາຍໆ gmail ​ມີໂອກາດທີ່ຈະສົ່ງອີເມວສະບັບນັ້ນໄປ  spam box
  • 3.2 ຫາກ email ຂອງທ່ານໄດ້ຮັບການຕີ​ກັບ ເຊັ່ນ ລະບຸຊື່ຜູ້ຮັບຜິດພາດຫຼາຍໆຄັ້ງ gmail ​ມີໂອກາດຈະສົງໃສວ່າ email ຂອງທ່ານແມ່ນ spam
  • 3.3 ການ​ຂຽນ​ໂປຣ​ແກຣມທີ່ເປັນຟອມໃຫ້ລູກຄ້າໃສ່ຂໍ້ມູນ ແລ້ວສົ່ງອີເມວເຂົ້າຫາທ່ານໃນລັກສະນະ PHP mail() function (ສໍາລັບ Programmer)ຫາກບໍ່ໄດ້ໃຊ້ຄໍາສັ່ງຢືນຢັນຕົວຕົນ email ຈະບໍ່ເຂົ້າທັງ  inbox ແລະ spam

ຈາກຂະບວນການເຮັດວຽກດັ່ງກ່າວ ເຫັນໄດ້ວ່າ ເຖິງແມ່ນວ່າ email ຂອງທ່ານ ຈະບໍ່ເຄີຍເຮັດຫຍັງຜິດພາດ ແຕ່ການທີ່ gmail ຈະອະນຸຍາດໃຫ້ທ່ານສົ່ງ email ເຂົ້າເຖິງໄດ້ນັ້ນ gmail ຈະເບິ່ງ​ວ່າ server ທີ່ສົ່ງເປັນ​ ip ຫຍັງ ດັ່ງນັ້ນຫາກທ່ານໃຊ້ email ແບບທີ່ຖືກແຖມມາພ້ອມກັບ web hosting ມັນມີສິດທີ່ທ່ານຈະສົ່ງ email ເຂົ້າ gmail ບໍ່ໄດ້ ເພາະ email ຂອງຄົນອື່ນທີ່ຢູ່ໃນ server
ດຽວກັນ ເຄີຍເຮັດຄວາມຜິດໄວ້ ຊຶ່ງແທນ​ທີ່ gmail ຈະ block email ປາຍທາງນັ້ນ ແຕ່​ກັບ     block ip ຂອງທັງ email server ແລະນີ້ຄືເຫດຜົນຕົ້ນຕໍຂອງບັນຫາ

ດັ່ງນັ້ນທ່ານຄວນເລືອກ ใช้ระบบ email ທີ່ແຍກ​ສ່ວນອອກມາໂດຍສະເພາະ ເພາະ email server 
ເຫຼົ່ານີ້ຈະມີລະບົບການຈັດການທີ່ດີ ເຊັ່ນ ກົດລະບຽບບໍ່ໃຫ້ user ສົ່ງອີເມວຈໍານວນຫຼາຍ ຫາກວ່າມີ
email ບ່ອນທີ່ເຮັດວຽກຜິດ email server ຈະຮີບດໍາເນີນການ block user ນັ້ນກ່ອນເພື່ອບໍ່
ໃຫ້ທາງ gmail ມາ block ທັງ ip ຂອງ server


ບົດຄວາມທີ່ກ່ຽວຂ້ອງ
ເປັນຫຍັງ Email ທີ່ແມ່ນຂອງ​ແຖມມາກັບ Web Hosting ຈຶ່ງ​ມີບັນຫາ ?
Email hosting ບໍລິສັດ ມັນ​ຄືຫຍັງ ?


ບົດຄວາມໂດຍ
ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ ຜູ້ໃຫ້ບໍລິການ Email Hosting
ອັນ​ດັບ 1 ຄຸນະພາບທີ່ສູງທີ່ສຸດໃນສ.ປ.ປ. ລາວ 



Thursday, January 26, 2017

ເປັນຫຍັງ Email ທີ່ແມ່ນຂອງ​ແຖມມາກັບ Web Hosting ຈຶ່ງ​ມີບັນຫາ ?

ຫຼາຍທ່ານທີ່ເຄີຍມີປະສົບການໃຊ້ວຽກອີເມວ (Email) ທີ່ແມ່ນຂອງ​ແຖມມາກັບ Web Hosting ທີ່ເຊົ່າໃນລາຄາຖືກ ມັກຈະພົບບັນຫາ ເຊັ່ນ ສົ່ງອີເມວບໍ່ອອກ,ຮັບອີເມວບໍ່ໄດ້, ອີເມວ Delay ສະແດງພາສາຜິດ​ພ້ຽນຈາກ​ເດີມ(Language/interface problem) ຜູ້ຂຽນຈະອະທິບາຍໃນບົດຄວາມຕາມ​ຂ້າງລຸ່ມນີ້


ຮູບພາບປະ​ກອບ ການເຮັດວຽກຂອງ Web Server/Hosting ທົ່ວໄປ


1. ອີເມວຊັກຊ້າ (Email Delay)

ຜູ້ໃຊ້ງານ Web Hosting ຕ້ອງເຮັດຄວາມເຂົ້າໃຈ ຫຼື ຍອມຮັບຄວາມເປັນຈິງ ວ່າໃນ Web server
ຫນຶ່ງເຄື່ອງ ບໍ່ໄດ້ມີເວັບໄຊທ໌ທ່ານພຽງເວັບໄຊດຽວ ແຕ່ປະກອບໄປດ້ວຍເວັບໄຊ ຫຼື ໂດເມນ ຈໍານວນຫຼາຍທີ່ໃຊ້ບໍລິການໃນ Server ນັ້ນຢູ່ ດັ່ງນັ້ນຈຶ່ງບໍ່ແປກທີ່ທ່ານຈະພົບກັບບັນຫາ ອີເມວຊັກຊ້າ Delay

           ເພາະ Web Server ຕ້ອງເຮັດການ​ປະ​ມວນ​ຜົນຕັ້ງແຕ່ຂໍ້ມູນທໍາ​ມະ​ດາທີ່ສະແດງໃນເວັບໄຊທ໌(Website)ລະບົບຖານຂໍ້ມູນ(Database) ລະບົບການ​ຈັດ​ການ (Control panel) ດັ່ງນັ້ນ
ການ​ປະ​ມວນ​ຜົນເລື່ອງ ອີເມວ (Email) ถือແມ່ນພຽງ​ແຄ່ອົງປະກອບຫນຶ່ງເທົ່ານັ້ນ ແລະຍິ່ງກວ່ານັ້ນ
ແຕ່ລະ Server ຍັງປະ​ກອບ​ດ້ວຍຜູ້ໃຊ້ອີເມວ (Email) ແມ່ນຈໍານວນ > 10,000 email ຊຶ່ງບັນຫາ
ເຫຼົ່ານີ້ເຮັດໃຫ້ເກີດການເຮັດວຽກຊັກຊ້າ ຫຼື Delay

2. ສົ່ງອີເມວບໍ່ອອກ

ຄວາມເຂົ້າໃຈອີກປະການຫນຶ່ງທີ່ເຈົ້າຂອງທຸລະກິດຄວນຮູ້ ຄື ໃນເວລາທີ່ມີ Email ຫນຶ່ງໃນ Web Server/Hosting ໄດ້ສົ່ງ Spam email ໄປຫາ  Email Hotmail, Yahoo, Gmail ຫຼາຍກວ່າປົກກະຕິ ເພື່ອໂຄສະນາຂາຍສິນຄ້າຂອງຕົນເອງ ຫາກວ່າລະບົບ Web Server ບໍ່ມີການຈໍາກັດ
ຫຼື ບໍລິຫານບໍ່ດີພຽງພໍ IP ຂອງ Server ທ່ານຈະຖືກ Block ໂດຍຜູ້ໃຫ້ບໍລິການຂອງຜູ້ຮັບອີເມວ 
ເຊັ່ນ ຫາກທ່ານສົ່ງ Email ໄປຫາເພື່ອນທີ່ໃຊ້ Hotmail ໄດ້ ແຕ່ສົ່ງ Email ໄປຫາເພື່ອນທີ່ໃຊ້
Gmail ບໍ່ໄດ້ ສະແດງວ່າ IP ຂອງ Server ທ່ານຕິດ ฺBlock IP ຂອງ Gmail ແຕ່ແທນທີ່ Email ຂອງຜູ້ສົ່ງຈະຖືກ Block Email ດຽວ ແຕ່ບໍ່ເປັນດັ່ງນັ້ນ ມັນ Block IP ທັງ Server ທັນທີ

3. ຮັບອີເມວບໍ່ໄດ້

ຄວາມເປັນຈິງອີກຢ່າງທີ່ຕ້ອງເຂົ້າໃຈ ຄື ຜູ້ໃຫ້ບໍລິການ Web Hosting/Server ຕ້ອງມຸ່ງ​ເນັ້ນ​ໄປ​ທີ່ປະລິມານ Website/Domain ຫຼາຍ ໃນ Server ແຕ່ລະເຄື່ອງ ຊຶ່ງເປັນເລື່ອງປົກກະຕິຂອງທຸລະກິດ
ເພື່ອຄວາມຄຸນ​ຄ່າໃນການດໍາ​ເນີນ​ການ ດັ່ງນັ້ນ ຫາກທ່ານພົບບັນຫາຮັບອີເມວບໍ່ໄດ້ ຈຶ່ງບໍ່ແປກ
ເພາະການເຮັດວຽກຂອງ Server ມັນຕ້ອງມີການເຮັດວຽກທີ່ຜິດພາດໃນຄັ້ງບາງ ເນື່ອງຈາກວ່າ 
ມີຜູ້ໃຊ້ບໍລິການໃນ  Web Server ຈໍານວນຫຼາຍ ການປະ​ມວນ​ຜົນທີ່ຕ້ອງເຮັດວຽກຫນັກ​ຫຼາຍ
ປະກອບກັບຈໍານວນຜູ້ໃຊ້ Email ໃນ Server ນັ້ນ

4. ພາສາ​ຜິດ​ພ້ຽນ

ຕ້ອງຍອມຮັບ ວ່າ Web Server ນັ້ນຖືກອອກແບບມາເພື່ອໃຫ້ເຮັດວຽກສໍາລັບການເປັນ Web Server ຊຶ່ງ Email ເປັນພຽງອົງປະກອບຫນຶ່ງເທົ່ານັ້ນ ດັ່ງນັ້ນການສະແດງຜົນດ້ານພາສາ
ມັນບໍ່ໄດ້ຖືກພັດທະນາເພື່ອການເຮັດວຽກຢ່າງຕໍ່ເນື່ອງ ຫຼືກົງ​ຕາມຄວາມເປັນຈິງ ດັ່ງນັ້ນຈຶ່ງບໍ່ແປກ
ຫາກທ່ານສົ່ງ Email ທີ່​ມີເນື້ອຫາເປັນພາສາລາວ, ໄທ, ຍີ່ປຸ່ນ, ຈີນ ໃນເວລາທີ່ຜູ້ຮັບເປີດ Email 
ຈະເກີດ​ບັນ​ຫາ ຄື ພາສາ​ຜິດ​ພ້ຽນ ເຊັ່ນ ສະແດງໃຫ້ເຫັນເປັນອັກສອນ ????


ການແກ້ໄຂບັນຫາ


ຫາກທ່ານມີຄວາມຈໍາເປັນຕ້ອງໃຊ້ Email@domain name ຕົວເອງໃນການດໍາ​ເນີນທຸລະກິດແທນການໃຊ້ Free Emai ເຊັ່ນ Hotmail, Gmail, Yahoo ບໍ່ວ່າດ້ວຍເຫດຜົນດ້ານຄວາມຫນ້າເຊື່ອຖື
ຫຼື ໃດກໍ່ຕາມ ທ່ານຄວນຈະເລືອກຜູ້ໃຫ້ບໍລິການທີ່ເປັນ Email Hosting/Server ໂດຍສະເພາະ

ເພາະລະບົບເຫຼົ່ານີ້ຈະຖືກອອກແບບມາຢ່າງດີເພື່ອໃຊ້ວຽກໃນການຕິດຕໍ່  Email ທາງທຸລະກິດແລະ Server ມັນປະ​ມວນ​ຜົນແຕ່ເລື່ອງອີເມວເທົ່ານັ້ນ ລວມທັງຄວາມໄວຂອງການໃຊ້ວຽກ,
Interface ຍັງຖືກພັດທະນາຕະຫຼອດ ເພື່ອໃຫ້ສະຫນັບສະຫນູນພາສາຕ່າງໆ ຢ່າງ​ເຕັມ​ທີ່ ຊຶ່ງເປັນສິ່ງທີ່ຜູ້ຂຽນໃຫ້ຄໍາແນະນໍາ ວ່າ ຄວນຮີບດໍາ​ເນີນ​ການ ກ່ອນທີ່ບັນຫາດ້ານ​ເທິງຈະເກີດກັບທ່ານ ຊຶ່ງເຮັດໃຫ້ເກີດຄວາມເສຍຫາຍ ຫຼື ເສຍໂອກາດຂອງທຸລະກິດທ່ານໄດ້



ບົດຄວາມໂດຍ


ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ

ຜູ້ໃຫ້ບໍລິການ Email Hosting ແລະ Mail Server ທີ່ດີທີ່ສຸດ ໃນສ. ປ. ປ. ລາວ.





Wednesday, January 25, 2017

Email Hosting ທີ່ຕັ້ງໄວ້ທີ່ປະເທດສິງກະໂປ ດີແລະໄວກ່ວາ ປະເທດລາວປານໃດ

  

ການເຊື່ອມຕໍ່ອິນເຕີເນັດລະຫວ່າງ ປະເທດລາວ ໄປ ປະເທດສິງກະໂປ

Email Hosting ທີ່ຕັ້ງໄວ້ທີ່ປະເທດສິງກະໂປ ດີແລະໄວກ່ວາ ປະເທດລາວປານໃດ


ປະເທດສິງກະໂປ ແມ່ນ Data Center ທີ່ໃຫຍ່ທີ່ສຸດໃນອາຊີ ເພາະວ່າມີການຈັດການລະບົບຄຸນະພາບຂອງໄຟຟ້າ ໄຟຟ້າສະຫງວນ ລວມທັງປະສິດທິພາບໃນການ ເຊື່ອມຕໍ່ຂໍ້ມູນ ສາຍໃຍແກ້ວນໍາແສງໃຕ້ນ້ໍາຈາກທະວີບອື່ນໆ ມາຍັງ Asia ທີ່ໃຫຍ່ທີ່ສຸດ ມີການທົດສອບຄວາມໄວ ໃນເລື່ອງຂອງການເຂົ້າເຖິງຂໍ້ມູນໄລຍະໄກ ຈາກປະເທດຜູ້ສົ່ງ ຄື ປະເທດລາວ ໄປສູ່  Mail hosting  ທີ່ປະເທດສິງກະໂປ ພົບວ່າຄວາມໄວໃນການເຂົ້າເຖິງຂໍ້ມູນມີຄວາມໄວ ເໝືອນກັບ Server ທີ່ຕັ້ງໃນປະເທດລາວ ແຕ່ໃນອີກດ້ານຫນຶ່ງ Email Hosting ທີ່​ມີທີ່ຕັ້ງໃນປະເທດສິງກະໂປ ມີປະລິມານທໍ່ ຫຼື Traffic ຂະຫນາດໃຫຍ່ ເຮັດໃຫ້ຫມົດບັນຫາເລື່ອງ ໄດ້ຮັບອີເມວຊັກຊ້າ ຫຼື ອີເມວຂາດຫາຍ


ເນື່ອງຈາກເຮົາພົບວ່າ Email Hosting ຫຼື Server ທີ່ຕັ້ງຢູ່ໃນປະເທດລາວຈໍານວນຫຼາຍ ມັກຈະມີບັນຫາໃນລັກສະນະໂຄງລ່າງ ລະຫວ່າງປະເທດ ຫຼືສາຍທີ່ Link ຈາກປະເທດລາວໄປສູ່ International Traffic ມັນລາຄາແພງ ແລະ​ມີປະສິດທິພາບຕ່ໍາ ເຮັດໃຫ້ຫຼາຍຄັ້ງຜູ້ທີ່ໃຊ້ງານລະບົບ Email Hosting ໃນລັກສະນະບໍລິສັດ ບໍ່ໄດ້ຮັບອີເມວ ຫຼື Delay ເພາະ Traffic ເຕັມ


ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ
ຜູ້ໃຫ້ບໍລິລະບົບ Email Hosting  ທີ່​ມີທີ່ຕັ້ງ Data Center ທີ່ປະເທດສິງກະໂປ

Tuesday, January 24, 2017

ອີເມວ (Email) ຫາຍ ເປັນຍ່າງໃດ ?

ບັນຫາ ອີເມວ ຫາຍ ຫຼື ອີເມວພາດໄປ






ອີເມວ (Email) ຫາຍ ເປັນຍ່າງໃດ ?]


ຫລາຍຄົນສົງໄສ ວ່າ ອີເມວຫາຍ ມັນ​ຄື​​ຫຍັງ ຫາຍໄດ້ຍ່າງໃດ ມີວິທີການແກ້ໄຂ ແລະປ້ອງກັນໄດ້ຍ່າງໃດ

1. ​ຄາດ​ເຄື່ອນ ຄື ມີການສົ່ງມາຈາກຜູ້ຕິດຕໍ່ ແຕ່ທ່ານບໍ່ໄດ້ຮັບອີເມວດັ່ງກ່າວ ສາເຫດມາຈາກບັນຫາລະຫວ່າງການສົ່ງ ເຊັ່ນ  Internet ມີບັນຫາຂາດໄປໃນຂະນະທີ່ສົ່ງອອກ ເຮັດໃຫ້ອີເມວສະບັບນັ້ນບໍ່ສາມາດມາຮອດຜູ້ຮັບໄດ້

2.Junk mail ຫຼື Spam mail  ໃນເນື້ອຫາອີເມວບາງສະບັບມີການລະບຸ ພາສາທີ່​ແປກ​ປະ​ຫລາດ ແປຄວາມຫມາຍບໍ່ໄດ້ ຊ່ອນ​ຢູ່ ອາດຈະຊ່ອນ​ຢູ່ໃນຊື່ຂອງໄຟລ໌ແນບທີ່ທ່ານແນບມາ ເຮັດໃຫ້ອີເມວທີ່ຖືກສົ່ງມາຖືກ​ເຫັນວ່າແມ່ນ Spam ຈຶ່ງຖືກກັ່ນຕອງໄປຢູ່ທີ່ Junk mail ແທນ​ທີ່ຈະຢູ່ທີ່ Inbox ຫຼື ຈົດຫມາຍຂາເຂົ້າ

3.ຜະ​ເຫລີ​ລົບໄປ ອີເມວບາງສະບັບທ່ານອາດຈະບໍ່ລະວັງໃນ Inbox ອາດຈະເຫລີ​ລົບໄປໂດຍບໍ່​ຮູ້​ ແຕ່ສາມາດ​ກູ້​ກັບຄືນມາ ອີເມວທີ່ຍັງບໍ່ຖືກລົບຢ່າງຖາວອນຈະເຂົ້າໄປໃນ Trash ແຕ່ຫາກວ່າອີເມວດັ່ງກ່າວຢູ່ໃນ trash ໃນເວລາເກີນ 30 ວັນ ອີເມວຈະຖືກລົບຖາວອນທັນທີ ຈະບໍ່ສາມາດກູ້​ກັບຄືນມາໄດ້

4.ຫາກວ່າບໍ່ໄດ້ເກີດຈາກສາເຫດຕາມ ຂໍ້ ຂ້າງ​ຕົ້ນ ບັນຫານີ້ຈະເກີດໃນລະ​ດັບ Server ຊຶ່ງ ຜູ້ໃຫ້ບໍລິການ Email Hosting ອາດຈະພົບບັນຫາດ້ານເຕັກນິກ ເຊັ່ນ Bandwidth ໃນຕ່າງປະເທດບໍ່ພຽງພໍ ເພາະ Email @hotmail,Gmail,Yahoo  ຫຼື ລູກຄ້າທີ່ຢູ່ຕ່າງປະເທດຕ້ອງໃຊ້ Traffic
ຈໍານວນມະຫາສານ ທີ່ໃຊ້ຕິດຕໍ່ກັບທ່ານ ຫາກຜູ້ໃຫ້ບໍລິການ Email Hosting ບໍລິຫານບໍ່ດີ ຈະເຮັດໃຫ້ເກີດບັນຫາ ອີເມວຂາດຫາຍ ແລະ ຊັກຊ້າ



ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ

ຜູ້ໃຫ້ບໍລິການ Email Hosting Service Provider