Tuesday, January 31, 2017

ເປັນຫຍັງ email hosting ບາງແຫ່ງ ຫຼື email ບໍລິສັດ ສົ່ງອີເມວເຂົ້າ gmail ບໍ່ໄດ້

ทำไมคุณถึงส่ง Email เข้า Gmail ไม่ได้
ບັນຫາ Email Hosting ຫຼື Email Server ສົ່ງ Email ເຂົ້າ Gmail ບໍ່ໄດ້


ບັນຫາໃຫຍ່ຂອງຜູ້ໃຊ້ອີເມວທີ່ເປັນລະບົບ email hosting ຫຼື email server ບາງຄັ້ງບໍ່ສາມາດສົ່ງເຂົ້າອີເມວ gmail ໄດ້ ເຮົາຈະມາອະທິບາຍການການ​ທໍາ​ງານຂອງ email hosting ຕັ້ງແຕ່ເລີ່ມຕົ້ນ ເຖິງປາຍທາງ ຫຼື ຜູ້ຮັບ ວ່າມີການເຮັດວຽກເປັນຫຍັງ ໃນພາສາທີ່ເຂົ້າໃຈຢ່າງງ່າຍທີ່ສຸດ ສໍາລັບຄົນບໍ່ໄດ້ເຮັດວຽກດ້ານຄອມພິວເຕີສາມາດອ່ານໄດ້ເຂົ້າໃຈ

ໃນທີ່ນີ້ພວກເຮົາຈະເອີ້ນ email hosting , email server ເປັນຄໍາທີ່​ມີຫມາຍຄວາມດຽວກັນ (ຈິງໆ 
ແລ້ວມັນຄືກັນ ແຕ່ບໍ່​ຮູ້ເປັນຫຍັງຄົນຈຶ່ງເອີ້ນແຕກຕ່າງກັນ) ເພາະຄວາມເປັນຈິງແລ້ວມັນເປັນຕົວ
ດຽວກັນ


เมื่อส่ง Email ไปยัง Gmail
ການຂະບວນການທໍາງານຕັ້ງແຕ່ Email Hosting ຂອງທ່ານສົ່ງອີເມວອອກໄປຍັງ Gmail
ແລະບັນຫາ Email Hosting IP ຕິດ Black List

1.ເມື່ອຜູ້ສົ່ງ (sender) ສົ່ງອີເມວ email server ຫຼື email hosting ຈະມີຫນ້າທີ່ສົ່ງອອກໄປ ຊຶ່ງ
email server ຈະມີບ້ານເລກທີເປັນຂອງຕົນເອງ ເອີ້ນວ່າ  ip ເຊັ່ນ 123.456.789.1

2.ຫຼັງຈາກນັ້ນ email server ນີ້ມີຫນ້າທີ່ ນໍາອີເມວສະ​ບັບດັ່ງກ່າວໄປສົ່ງທີ່ປາຍທາງ ແຕ່ກ່ອນທີ່ຈະ

ເຖິງປາຍທາງ gmail ຈະກວດສອບກ່ອນວ່າ  ip ຕົວນີ້ຕິດ black list ຢູ່ບໍ່ ຖ້າບໍ່ຕິດຈະຍອມປ່ອຍ
ອີເມວໃຫ້ເຂົ້າ email server ຂອງ gmail

3.ເມື່ອ  Email Server ຂອງ gmail ໄດ້ຮັບອີເມວແລ້ວ ຈະເຮັດການແຍກວ່າ ຈະສົ່ງອີເມວນີ້ໃຫ້ເຂົ້າ
inbox ຫຼື spam box ໂດຍປົກກະຕິ gmail ມີລະບົບການ​ປະ​ມວນ​ຜົນທີ່ດີເລີດ ມັນສະຫລາດພຽງພໍທີ່ຈະວິເຄາະ ຂໍ້​ຄວາມໃນອີເມວ ວ່າແມ່ນອີເມວໂຄສະນາ (spam mailບໍ່ ໂດຍການວິເຄາະດັ່ງນີ້

  • 3.1 ຫາກທ່ານສົ່ງ email ທີ່​ມີຫົວຂໍ້ ແລະ ໃນເນື້ອຫາມີຂໍ້ຄວາມທີ່ຄ້າຍຄື ໄປຫາຫຼາຍໆຄົນໃນເວລາດຽວກັນເປັນປະລິມານຫຼາຍໆ gmail ​ມີໂອກາດທີ່ຈະສົ່ງອີເມວສະບັບນັ້ນໄປ  spam box
  • 3.2 ຫາກ email ຂອງທ່ານໄດ້ຮັບການຕີ​ກັບ ເຊັ່ນ ລະບຸຊື່ຜູ້ຮັບຜິດພາດຫຼາຍໆຄັ້ງ gmail ​ມີໂອກາດຈະສົງໃສວ່າ email ຂອງທ່ານແມ່ນ spam
  • 3.3 ການ​ຂຽນ​ໂປຣ​ແກຣມທີ່ເປັນຟອມໃຫ້ລູກຄ້າໃສ່ຂໍ້ມູນ ແລ້ວສົ່ງອີເມວເຂົ້າຫາທ່ານໃນລັກສະນະ PHP mail() function (ສໍາລັບ Programmer)ຫາກບໍ່ໄດ້ໃຊ້ຄໍາສັ່ງຢືນຢັນຕົວຕົນ email ຈະບໍ່ເຂົ້າທັງ  inbox ແລະ spam

ຈາກຂະບວນການເຮັດວຽກດັ່ງກ່າວ ເຫັນໄດ້ວ່າ ເຖິງແມ່ນວ່າ email ຂອງທ່ານ ຈະບໍ່ເຄີຍເຮັດຫຍັງຜິດພາດ ແຕ່ການທີ່ gmail ຈະອະນຸຍາດໃຫ້ທ່ານສົ່ງ email ເຂົ້າເຖິງໄດ້ນັ້ນ gmail ຈະເບິ່ງ​ວ່າ server ທີ່ສົ່ງເປັນ​ ip ຫຍັງ ດັ່ງນັ້ນຫາກທ່ານໃຊ້ email ແບບທີ່ຖືກແຖມມາພ້ອມກັບ web hosting ມັນມີສິດທີ່ທ່ານຈະສົ່ງ email ເຂົ້າ gmail ບໍ່ໄດ້ ເພາະ email ຂອງຄົນອື່ນທີ່ຢູ່ໃນ server
ດຽວກັນ ເຄີຍເຮັດຄວາມຜິດໄວ້ ຊຶ່ງແທນ​ທີ່ gmail ຈະ block email ປາຍທາງນັ້ນ ແຕ່​ກັບ     block ip ຂອງທັງ email server ແລະນີ້ຄືເຫດຜົນຕົ້ນຕໍຂອງບັນຫາ

ດັ່ງນັ້ນທ່ານຄວນເລືອກ ใช้ระบบ email ທີ່ແຍກ​ສ່ວນອອກມາໂດຍສະເພາະ ເພາະ email server 
ເຫຼົ່ານີ້ຈະມີລະບົບການຈັດການທີ່ດີ ເຊັ່ນ ກົດລະບຽບບໍ່ໃຫ້ user ສົ່ງອີເມວຈໍານວນຫຼາຍ ຫາກວ່າມີ
email ບ່ອນທີ່ເຮັດວຽກຜິດ email server ຈະຮີບດໍາເນີນການ block user ນັ້ນກ່ອນເພື່ອບໍ່
ໃຫ້ທາງ gmail ມາ block ທັງ ip ຂອງ server


ບົດຄວາມທີ່ກ່ຽວຂ້ອງ
ເປັນຫຍັງ Email ທີ່ແມ່ນຂອງ​ແຖມມາກັບ Web Hosting ຈຶ່ງ​ມີບັນຫາ ?
Email hosting ບໍລິສັດ ມັນ​ຄືຫຍັງ ?


ບົດຄວາມໂດຍ
ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ ຜູ້ໃຫ້ບໍລິການ Email Hosting
ອັນ​ດັບ 1 ຄຸນະພາບທີ່ສູງທີ່ສຸດໃນສ.ປ.ປ. ລາວ 



No comments:

Post a Comment