Saturday, November 4, 2017

ຕົວຢ່າງ ອີເມວ ທີ່ມີໄວລັດ ຈາກ Hacker !

ຕົວຢ່າງ ອີເມວຈາກ Hacker
ຕົວຢ່າງອີເມວ ທີ່ Hacker ສົ່ງໄວລັດມາເພື່ອ Hack ຂໍ້ມູນໃນເຄື່ອງຄຸນ

ຫາກຄຸນເຮັດທຸລະກິດ ຫລືເປັນພະນັກວຽກຂາຍໃນບໍລິສັດ ສິ່ງຫນຶ່ງທີ່ຄຸນຕ້ອງຍ້ໍາຢູ່ໃນຫົວຕະຫຼອດ ຄື ຢ່າໂລກ ແລະຢ່າງປະມານ ານສັ່ງຊື້ຈາກລູກຄ້າຕ້ອງມາດ້ວຍເຫດ ແລະຜົນເທົ່ານັ້ນ ນີ້ຄື ຕົວຢ່າງຂອງໄວລັດທີ່ Hacker ມັກຈະສົ່ງມາໃຫ້ພະນັກວຽກ Sale ຫລື ເຈົ້າຂອງກິດຈະການ  ເຫັນແລ້ວຢາກຈະຮີບຄິກເປີດອ່ານເພາະເປັນຄໍາສັ່ງຊື້ຈາກລູກຄ້າ

ໂດຍມີເນື້ອຫາຂອງອີເມວລັກສະນະນີ້

===================================
Subject : re: Order Confirmation 
(ເຫັນຊື່ Subjectແບບນີ້ໃຜ ໆ ກໍຮີບເປີດ ເພາະຄືມີຄົນຈະສັ່ງຊື້ຂອງຈາກເລົາ ) 

Content:

Hello

Our humble office is interested in purchasing this product.
please send us your best FOB/CIF prices for port casablanca.

(ເນື້ອຫາຫາກມີຄໍາວ່າ "FOB/CIF" ຄື ຮູບແບບຂອງລາຄາສໍາລັບການສົ່ງອອກ ໃຫ້ລະວັງແລະຕັ້ງສະຕິວ່າຖືກສົ່ງມາຈາກຕົ້ນທາງແນ່ ໆ ບໍ່ ຖ້າບໍ່ຫມັ້ນໃຈໃຫ້ໂທໄປຖາມຕົ້ນທາງເລີຍ ວ່າທ່ານເປັນຄົນສົ່ງອີເມວສະບັບນີ້ມາຫາເລົາຈິງໆບໍ່)


Regards

xxxxxx

Oversea Sales Representative
(ມັກລົງທ້າຍດ້ວຍ ຊື່ ແລະຕໍາແຫນ່ງທີ່ເບິ່ງດີຫນ້າເຊື່ອຖື ເສມືນກັບວ່າເປັນລູກຄ້າເລົາຈິງໆ)

ໄຟແນບ: Order987667.html
(ຊື່ໄຟມີຄໍາວ່າ Order ອີກເພື່ອສ້າງຄວາມຫນ້າເຊື່ອຖື ວ່າເປັນເອກສານກ່ຽວກັບການສັ່ງຊື້ ແຕ່ສັງເກດປະເພດໄຟ ຫາກເປັນ .html, .zip, .exe ຫ້າມຄິກເດັດຂາດ ເພາະບໍ່ມີເຫດຜົນຫຍັງ ທີ່ລູກຄ້າຈະສົ່ງໄຟແປກ ໆ ໃຫ້ຄຸນເປີດອ່ານຍາກ ໆ)

===================================

ໂປດສົ່ງຕໍ່ບົດຄວາມນີ້ໃຫ້ຄົນທີ່ຄຸນຮູ້ຈັກ ແລະເຮັດວຽກກ່ຽວກັບການປະສານວຽກ ຫລືການຈັດຊື້ກັບຕ່າງປະເທດດ້ວຍຄ່າເງິນ USD ແລະ EUR ພື່ອປົກປ້ອງຄົນທີ່ຄຸນຮັກ ໃຫ້ຫ່າງຈາກ Hacker ທີ່ອາດຈະເຮັດໃຫ້ທຸລະກິດຂອງຄຸນຂາດທຶນຫລາຍ


ບົດຄວາມໂດຍ

ບໍລິສັດ ເທກໂນໂລຍີແລນ ຈໍາກັດ ຜູ້ໃຫ້ບໍລິການລະບົບ  Email Hosting 

No comments:

Post a Comment