Monday, October 30, 2017

ວິທີແກ້ບັນຫາ mail server ສົ່ງອອກຊ້າ ແລະ Delay ດົນຫລາຍ

ອີເມວດີເລ (Email Delay)  ສົ່ງຊ້າ ?


ອີເມວສົ່ງອອກຊ້າຫລາຍ (email delay)
ບັນຫາ Email Delay ຫລື ຫລັງຈາກສົ່ງອອກ, ຜູ້ຮັບຕ້ອງລໍດົນ ກວ່າຈະໄດ້ຮັບ

ບັນຫາ  Email Delay ຄື  ເມື່ອຄຸນໄດ້ເຮັດການສົ່ງອີເມວອອກໄປຫາໃຜ, ແລ້ວກວ່າຜູ້ຮັບຈະໄດ້ຮັບອີເມວນັ້ນເຄົ້າແຈ້ງວ່າຕ້ອງລໍດົນຫລາຍ ກວ່າອີເມວທີ່ຄຸນສົ່ງຈະມາຮອດ ເຊັ່ນຄຸນສົ່ງອີເມວອອກໄປຕອນ 9 ໂມງເຊົ້າ,ແຕ່ວ່າຜູ້ຮັບຈະໄດ້ຮັບອີເມວນັ້ນຜູ້ຮັບແຈ້ງວ່າຕ້ອງລໍເຖິງ ທ່ຽງ ເຖິງຈະໄດ້ຮັບ

ສາເຫດຂອງ ບັນຫາ  Email Delay ໃນຂະບວນການສົ່ງ

ຄິວໃນການສົ່ງອີເມວຈໍານວນຫລາຍ
ອີເມວຂອງຄຸນຕ້ອງໄປເຂົ້າຄິວ, ເມື່ອມີ User ຄົນອື່ນສົ່ງອີເມວຈໍານວນຫລາຍ ໆ ຢູ່

  • ເກີດຈາກການບໍລິຫານຈັດການຂອງ Mail Server ນັ້ນບໍ່ດີ, ຄຸນຕ້ອງຢ່າລືມວ່າໃນ Mail Server ເຄື່ອງຫນຶ່ງປະກອບໄປດ້ວຍ Email ເປັນຫມື່ນ ໆ User, ຊຶ່ງເມື່ອຫມື່ນ ໆ User ນັ້ນສົ່ງອີເມວອອກພ້ອມກັນ,​ເມື່ອຄຸນໄດ້ເຮັດການສົ່ງອີເມວອອກໄປ, ອີເມວຂອງຄຸນກໍຕ້ອງໄປເຂົ້າຄິວຕໍ່ຈາກອີເມວອື່ນ ໆ ທີ່ລໍຢູ່ໃນຄິວເປັນຫມື່ນ ໆ ສະບັບ ເລີຍເຮັດໃຫ້ເກີດບັນຫາກວ່າທີ່ຄຸນຈະໄດ້ສົ່ງອີເມວອອກນັ້ນ Delay ເປັນຫລາຍຊົ່ວໂມງ ເພາະຕ້ອງໄປລໍຄິວໃນ Mail Server

ການແກ້ໄຂບັນຫາ Email Delay ໃນຂະບວນການສົ່ງ


ວິທີການແກ້ບັນຫາ email delay ໃນ mail server
ການແກ້ບັນຫາດ້ວຍການມີ Mail Server ຈໍານວນຫລາຍ ໆ ໃນການສົ່ງ, ຈະເຮັດໃຫ້ອີເມວຄຸນບໍ່ຕ້ອງລໍຄິວດົນ

  • ຫາກຜູ້ໃຫ້ບໍລິການ Mail Server ຂອງອົງກອນຄຸນ ມີລະບົບບໍລິຫານຈັດການທີ່ດີ,ຜູ້ໃຫ້ບໍລິການເຫລົ່ານັ້ນມັກຈະສ້າງ Mail Server ທີ່ມີຫນ້າທີ່ດີດອີເມວອອກຫລາຍ ໆ Server, เพื่อรองรับปริมาณอีเมล์ที่ถูกส่งออกด้วย User ຈໍານວນຫລາຍ ໆ, ການແກ້ໄຂດ້ວຍວິທີການນີ້ເຮັດໃຫ້ Email ຂອງຄຸນສາມາດສົ່ງອອກໄດ້ແທບຈະ Realtime ທັນທີ, ຫລື ຫາກມີການຕໍ່ຄິວກໍໃຊ້ເວລາໃນການລໍຄິວນ້ອຍຫລາຍ 

ບົດຄວາມໂດຍ

ບໍລິສັດ ເທກໂນໂລຍີແລນ ຈໍາກັດ
ຜູ້ໃຫ້ບໍລິການ Mail Server ອັນດັບ 1 ທີ່ໃຊ້ເທກໂນໂລຍີ  Multi Outgoing Mail Server

No comments:

Post a Comment