Monday, March 13, 2017

A record ໃນ DNS ຫຼື Domain name ສໍາລັບການຕັ້ງຄ່າ Web Hosting ຄືຫຍັງ ?

A Record ຄືຫຍັງ ?


A Record ຄື ຫຍັງ ແລະ ເຮັດວຽກໃນ DNS Management ຫຼື  DNS Zone ຢ່າງ​ໄຮ

A Record ປົກກະຕິແລ້ວຈະຢູ່ໃນສ່ວນຂອງ DNS Management ຫຼື DNS Zone ຂຶ້ນຢູ່ກັບຈະເອີ້ນ ຫນ້າທີ່ຂອງມັນ ຄື ມີຫນ້າທີ່ Map ຊື່ Domain ໃຫ້​​ເຊື່ອມ​ຕໍ່​ກັບ IP Web Hosting ປາຍທາງ 

ອະທິບາຍການເຮັດວຽກຂອງ  A record

ຍົກຕົວຢ່າງການຕັ້ງຄ່າ A Record ຕາມພາບ

  • ຫາກເຮົາກໍານົດຄ່າ A reord ເປັນ​ mail.abc.com ແລະ ຕັ້ງ IP ເປັນ 99.99.99.99
    ເມື່ອທ່ານພິມຄໍາວ່າ email.abc.com  ມັນຈະມີຫນ້າທີ່ແລ່ນໄປສູ່ Email Server ທີ່ມີຄ່າ IP ເປັນ 99.99.99.99 ແລະ ນໍາຂໍ້ມູນຂຶ້ນສະແດງ
  • ແລະເມື່ອທ່ານໄດ້ກໍາຫນົດຄ່າ A reord ເປັນ​ www.abc.com ແລະ ຕັ້ງ IP ເປັນ 123.456.789.10 ເມື່ອທ່ານພິມຄໍາວ່າ www.abc.com ມັນຈະແລ່ນໄປສູ່ Web Hosting IP: 123.456.789.10 ແລະນໍາຂໍ້ມູນຂຶ້ນສະແດງ


A Record ຈະເຮັດວຽກເມື່ອ​ໃດ​


  • ຕາມປົກກະຕິຫາກທ່ານນໃຊ້ວຽກ Web Hosting ທົ່ວໄປ ແລະ ບໍ່​ແຍກຈະເຮັດວຽກ ລະຫວ່າງ Email Server ແລະ Web Hosting ທ່ານບໍ່ຈໍາເປັນຕ້ອງຈັດການໃນ​ສ່ວນ​ນີ້
  • ແຕ່ໃນອີກດ້ານຫນຶ່ງ ຫາກທ່ານ ມີການໃຊ້​ວຽກທີ່ຄ່ອນ​ຂ້າງ Advance ແລະ ຕ້ອງແຍກການເຮັດວຽກຫລາຍ Server ໃນ ເວັບດຽວກັນ ການຕັ້ງຄ່າ A Record ຈະເປັນວິທີການປະ​ຍຸກໃຊ້ກັບການເຮັດວຽກໄດ້ ແຕ່ກ່ອນທີ່ທ່ານຈະຕັ້ງຄ່າ ທ່ານຕ້ອງຫມັ້ນໃຈ ວ່າ ທ່ານເຂົ້າໃຈຂະບວນການເຮັດວຽກຂອງ​ມັນຈິງໆ ກ່ອນທີ່ທ່ານຈະໄປຕັ້ງຄ່າໃດໆ

ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ
ຜູ້ໃຫ້ບໍລິການຝາກ Web Hosting  ທີ່ດີທີ່ສຸດ ສໍາລັບທຸລະກິດ

No comments:

Post a Comment