Monday, March 13, 2017

ຄ່າ Cname record ໃນ DNS Management ຂອງ Direct Admin ຄືຫຍັງ

ຄ່າ Cname record ໃນ Domain ຫຼື DNS ຄືຫຍັງ


C Name Record ໃນ DNS Management  ຄື ຫຍັງ ?

ຄ່າ Cname ຄື ຄ່າປະເພດຫນຶ່ງ ໃນ DNS Management ຊຶ່ງມີໃຫ້ຕັ້ງຄ່າທັງໃນ Direct Admin (ໃນສ່ວນຂອງ Web Hosting) ຫຼື  ໃນ Control Panel ຂອງ Domain name  (ທີ່ຜູ້ໃຫ້ບໍລິການ Domain ຂອງທ່ານມີໃຫ້ຕັ້ງຄ່າ)ມັນມີຫນ້າທີ່ໃນການກໍານົດ ຫຼື Mapping Sub domain ເວັບໄຊຕ໌ຕົ້ນທາງ(ຂອງທ່ານ) ກັບ ເວັບໄຊຕ໌ປາຍທາງທີ່ທ່ານກໍານົດ ຊຶ່ງສາມາດເບິ່ງຮູບພາບປະກອບຂ້າງລຸ່ມນີ້


ການເຮັດວຽກຂອງ Cname record

ພາບອະທິບາຍ ຍົກ​ຕົວ​ຢ່າງ ການເຮັດວຽກຂອງ Cname


  • ຈາກພາບດ້ານ​ເທິງ ຈະເຫັນໄດ້ວ່າ ຫາກທ່ານກໍານົດ C name: mail.abc.com ມີຄ່າເທົ່າກັບ webmail.cslox.com ຊຶ່ງມີຫມາຍຄວາມວ່າ ເມື່ອ​ມີຄົນເຂົ້າຊົມເວັບໄຊຕ໌ ແລະ Enter URL: mail.abc.com ມັນຈະສະແດງຂໍ້ມູນທີ່ຄ້າຍຄືກັນ ຫນ້າ URL: webmail.cslox.com
  • ການເຮັດວຽກໃນຝັງສິດ ຫາກເຮົາຕັ້ງຄ່າ C name : blog.abc.com ໃຫ້ມີຄ່າເທົ່າກັບ www.blogger.com ຊຶ່ງມີຫມາຍຄວາມວ່າ ເມື່ອ​ມີຄົນ Enter URL : blog.abc.com ມັນຈະສະແດງຂໍ້ມູນທີ່ດຶງມາຈາກ www.blogger.com 
  • ແຕ່ໃນການ​ໃຊ້​ວຽກຈິງ ການຕັ້ງຄ່າ Cname ນັ້ນຈະຖືກແນະນໍາໂດຍຜູ້ໃຫ້ບໍລິການ ເຊັ່ນ Bloger ອາດລະບຸ ຫາກທ່ານຕ້ອງການມີຊື່ Domain ເປັນ name.company.com ແລ້ວ ໃນເວລາທີ່​ມີຜູ້ເຂົ້າຊົມເວັບ ໃຫ້ສະແດງຂໍ້ມູນເປັນ Blog ຂອງທ່ານ ແທນ​ທີ່ຈະມີຊື່ເຕັມເປັນ www.blogger.com/yourname ເບິ່ງມັນບໍ່ສະແດງເປັນຄວາມເຈົ້າຂອງ Blog ຊຶ່ງຜູ້ໃຫ້ບໍລິການ​ຈະໃຫ້ຄ່າມາ ຕັ້ງຄ່າ ເຊັ່ນ ຕ້ອງ map Cname : blog -> www.blogger.com ເມື່ອມີຜູ້ເຂົ້າຊົມເວັບພິມວ່າ blog.company.com ມັນຈະສະແດງຫນ້າ Blog ສ່ວນຕົວຂອງທ່ານທັນທີ

ປະໂຫຍດຫລັກ ຂອງ Cname

​ມີ URL ສ່ວນຕົວທີ່ສະແດງໃຫ້ເຫັນເຖິງຄວາມເປັນເຈົ້າຂອງ
ເພີ່ມຄວາມສະຫງ່າງາມໃຫ້ URL ຂອງທ່ານ



ຄວາມແຕກຕ່າງລະຫວ່າງ Cname ກັບ A record

Cname ຄື ການ​ map ໂດຍປາຍທາງຕ້ອງ point ​ໄປເປັນ​ໄປຊື່ Domain 
ແຕ່ A record ຈະເປັນການ​ Map ໂດຍປາຍທາງຕ້ອງເປັນເລກ IP ເທົ່ານັ້ນ



ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ
ຜູ້ໃຫ້ບໍລິການຝາກ Web Hosting  ທີ່ດີທີ່ສຸດ ສໍາລັບທຸລະກິດ




No comments:

Post a Comment