Tuesday, March 7, 2017

ເປັນຫຍັງ ອີເມວບໍລິສັດ ແລະ Mail server ຈຶ່ງມີຄວາມສໍາຄັນກັບທຸລະກິດຂອງທ່ານ !

ຄວາມສໍາຄັນຂອງ ອີເມວບໍລິສັ ແລະ Mail server

ອີເມວບໍລິສັດ ແລະ mail server


ໃນປະຈຸບັນການເປີດບໍລິສັດມັນງ່າຍດາຍຫຼາຍ ອາດຈະຕ້ອງໃຊ້ເງິນທຶນເລັກ​ນ້ອຍ ຫລາຍຄົນທີ່ກໍາລັງເປີດບໍລິສັດ ເພື່ອເພີ່ມເພື່ອເພີ່ມຄວາມຫນ້າເຊື່ອຖື ເພື່ອໃຫ້ລູກຄ້າຂອງທ່ານເກີດຄວາມ​ເຊື່ອ​ຫມັ້ນ ດັ່ງນັ້ນ ການ​ເຮັດອີເມວບໍລິສັດແລະMail serverເປັນສິ່ງແຮກ ທີ່ທ່ານຕ້ອງມີ ເຊິ່ງທ່ານສາມາດສ້າງອີເມວບໍລິສັດໃຫ້ມີຊື່ຫລັງ @ຊື່ບໍລິສັດຂອງທ່ານໄດ້   ທ່ານຕ້ອງມີ ຢ່າງດັ່ງຕໍ່ໄປນີ້

  1. ຊື່ຫລັງ @ຂອງບໍລິສັດ เช่น @abc.com, ຊື່ຫລັງອີເມວບໍລິສັດ ນີ້ໃນພາສາ IT ເອີ້ນວ່າ Domainname ໃນທີ່ນີ້ Domainname ຈະມີຊື່ວ່າ abc.com
  2. Mail server ຫຼາຍທ່ານທີ່ບໍ່ໄດ້ເຮັດວຽກໃນສາຍ IT ອາດຈະສົງໄສວ່າມັນ ຄື ຫຍັງ mail server ມີຫນ້າທີ່ເຊື່ອມຕໍ່ ຊື່ ອີເມວບໍລິສັດ ໄປສູ່ເຄື່ອງ mail server ຊຶ່ງ mail server ຈະມີຫນ້າທີ່ໃນການ​ຮັບ ແລະສົ່ງອີເມວອອກໄປ


ບໍ່ມີຄວາມຮູ້ເລື່ອງ Mail server ຈະ​ເຮັດແນວໃດ ?


ບໍ່ແປກທີ່ຜູ້ປະກອບການບໍລິສັດ ຈໍານວນຫຼາຍ ບໍ່ເຂົ້າໃຈການເຮັດວຽກຂອງ Mail server ໃນຊຶ່ງຄວາມເປັນຈິງ ມັນມີຄວາມຊັບ​ຊ້ອນຫຼາຍ ເຖິງແມ່ນວ່າບຸກຄະລາກອນດ້ານ IT ຍັງເຂົ້າ​ໃຈໄດ້​ຍາກ ດັ່ງນັ້ນ ຈຶ່ງແນະນໍາວ່າ ຫາກທ່ານຕ້ອງການທີ່ຈະມີອີເມວບໍລິສັດ ທ່ານຄວນຈະຈ້າງໃຫ້ບໍລິສັດທີ່ມີຄວາມຊໍານານໃນການບໍລິການລະບົບອີເມວໂດຍສະເພາະ ໂດຍມັກຈະຄິດຄ່າບໍລິການຕໍ່​ປີ, ລວມທັງບໍລິສັດຜູ້ໃຫ້ບໍລິການຕ້ອງມີການ Support ຫຼື ໃຫ້ຄວາມຮູ້ວິທີການການໃຊ້  ເພື່ອໃຫ້ທ່ານສາມາດໃຊ້ງານ ອີເມວບໍລິສັດ ໄດ້ມີປະ​ສິດ​ທິ​ພາບ


ບົດຄວາມໂດຍ


ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ

ຜູ້ໃຫ້ບໍລິການ Email Hosting ແລະ Mail Server ທີ່ດີທີ່ສຸດ ໃນສ. ປ. ປ. ລາວ.


No comments:

Post a Comment