Wednesday, March 8, 2017

Domain Name (ສໍາ​ລັບ Email) ຄືຫຍັງ ແລະຄວນກໍານົດ Email ຊື່ບໍລິສັດ ແບບມືອາຊີບແນວໃດ

ການກໍານົດ Domain Name ແບບມືອາຊີບ

ສໍາ​ລັບຜູ້ທີ່ບໍ່ໄດ້ເປັນບຸກຄະລາກອນດ້ານ IT ອາດຈະເກີດຄວາມສັບສົນ ว่า Domain Name ຄືຫຍັງ

ຍົກຕົວຢ່າງຕາມພາບປະ​ກອບ ຖ້າຫາກວ່າລູກຄ້າຕ້ອງການ Email @ຊື່ບໍລິສັດຕົນເອງ.com
ຕົວຢ່າງໃນພາບເປັນ john@abc.com ດັ່ງນັ້ນ abc.com ຄື ຊື່ Domain Name ຊຶ່ງສາມາດຕໍ່ທ້າຍເປັນ .com ຫຼື          .co.th 

ແລະມີຫລັກໃນການກໍານົດຊື່ແນວໃດ ຜູ້ຂຽນຂໍແນະນໍາວິທີການກໍານົດຊື່ Domain Name ແບບມືອາຊີບດັ່ງຕໍ່ໄປນີ້

1. ຊື່ Domain ຄວນສື່ເຖິງບໍລິສັດ ຫຼື ອົງ​ກອນ ຫຼື ຜະລິດຕະພັນຂອງທ່ານ ເພາະຊື່ນີ້ຈະຕ້ອງໃຊ້ຕໍ່ໄປອີກຍາວ​ນານ

2. ຊື່ Domain ບໍ່ຄວນຈະຍາວເກີນໄປ ແຕ່ຖ້າຫາກວ່າທ່ານບໍ່ສາມາດຫລີກ​ລ່ຽງໄດ້ ຄວນກໍານົດໃຫ້ເປັນຊື່ທີ່ສາມາດສະກົດພາສາອັງກິດໄດ້ເຂົ້າໃຈງ່າຍ ເຊັ່ນ thailandpencil.com 

3. ຫລີກ​ລ່ຽງການໃຊ້ການສະກົດຄໍາທີ່ຍາກເກີນໄປ ຫຼື ທີ່ມີຄໍາຄ້າຍຄືກັນ ເພາະອາດເຮັດໃຫ້ລູກຄ້າຂອງທ່ານເກີດຄວາມສັບສົນ 
ເຊັ່ນ cat.com ກັບ cac.com

4.  ຊື່ Domain ຕ້ອງເປັນພາສາອັງກິດ ໂດຍມີ (a-z) ເທົ່ານັ້ນ ຕົວ​ພິມ​ເລັກ ຫຼື ໃຫຍ່ມີ​ຄ່າ​ເທົ່າກັນ ອັກສອນທີ່ອະນຸຍາດໃຫ້ມີ​ໄດ້ ມີ​ພຽງ​ອັກສອນດຽວ ຄື ເຄື່ອງຫມາຍຂີດ "-" ເຊັ່ນ best-condo.com

ນອກ​ຈາກ Email ທີ່ສາມາດກໍານົດຊື່ເປັນຊື່ບໍລິສັດຂອງຕົນເອງໄດ້ Website ຍັງສາມາດກໍານົດຊື່ (Domain Name) ເປັນຊື່ບໍລິສັດຂອງຕົນເອງໄດ້ຄື​ກັນ ທ່ານສາມາດຄິກອ່ານເພີ່ມເຕີມໄດ້ທີ່ນີ້



ບົດຄວາມທີ່ກ່ຽວຂ້ອງ



No comments:

Post a Comment