Tuesday, March 14, 2017

ວິທີການກວດສອບName Server ຫຼື NS ຂອງເວັບໄຊທ໌ ແລະ Domain ຕ່າງໆ

Name Server ຄື ຫຍັງ ?



NS ຫຼື Name Server ໄດ້ມາຈາກ Hosting ທີ່ທ່ານໃຊ້ບໍລິການຢູ່ ລາຍລະອຽດຕ່າງໆ​ທີ່ກ່ຽວກັບ website ທໍາຫນ້າທີ່ກ່ຽວກັບການ​ກໍາ​ນົດຄ່າ ວ່າ  ເມື່ອ​ມີຄົນເຂົ້າຊົມເວັບໄຊຕ໌ ມັນຕ້ອງແລ່ນໄປທີ່ Server ໃດ ທີ່ຈະເປັນຊ່ອງ​ທາງໃນການຮັບ Ip Address ຂອງ browser ທີ່ພິມເຂົ້າ​ມາ ແລະ ແປ ip ເຫລົ່ານັ້ນ ເປັນຊື່ ໂດເມນຂອງທ່ານ

Name Server ຫນ້າທີ່ຫລັກຄື ແປຄວາມຫມາຍຈາກ IP address ແຕ່ລະ website ເພື່ອໃຫ້ເຂົ້າສູ່ website ດັ່ງກ່າວໄດ້ website ແຕ່ລະຊື່ກ່ອນທີ່ຈະເຂົ້າ url ໄດ້ ຕ້ອງເຂົ້າຜ່ານ​ IP ຊຶ່ງຖ້າຫາກທ່ານຕ້ອງເຂົ້າດ້ວຍ​ IP ຈະເຮັດໃຫ້ຈົດຈໍາໄດ້ຍາກ ຈຶ່ງ​ມີການສ້າງ Domain name ຂຶ້ນ ດັ່ງນັ້ນຈຶ່ງ​ມີ Name Server ໄວ້ໃຫ້ບໍລິການແປງ IP ເປັນຊື່ໂດເມນຂອງທ່ານ


ວິທີການກວດສອບ Name Server ຫຼື NS ຂອງເວັບໄຊທ໌

ຍົກ​ຕົວ​ຢ່າງເວັບໄຊທ໌ທີ່​ມີຊື່​ສຽງ yahoo.com

ວິທີທີ່​ໃຊ້ເພື່ອເບິ່ງ NS ຂອງເວັບໄຊທ໌ ໂດຍທົ່ວໄປຜູ້ໃຊ້ສ່ວນໃຫຍ່ ​ໃຊ້​ຜ່ານ​ທາງເວັບໄຊທ໌ whois.com

       
     1.ເຂົ້າໄປທີ່ www.whois.com

     2.ພິມ Domain name ກວດສອບName Server

      3.ເມື່ອກົດ Enter ຈະປະກົດລາຍລະອຽດຕ່າງໆ​ ເຊັ່ນ ເຈົ້າຂອງໂດເມນ ຊື່-ນາມສະກຸນ ທີ່ຢູ່ ຜູ້ໃຫ້ບໍລິການໂດເມນ


Whois.com  ເປັນເວັບໄຊທ໌ໃຫ້ບໍລິການກວດສອບຂໍ້ມູນຂອງໂດເມນ ວ່າ ຜູ້ເປັນເຈົ້າຂອງ ຊື່ ນາມສະກຸນ ທີ່ຢູ່ ອີເມວ ໂທລະສັບ ແລະຍັງກວດສອບໄດ້ວ່າ ຫາກທ່ານຕ້ອງການ​ຈົດ​ທະ​ບຽນໂດເມນ ຊື່ທີ່​ທ່ານຈະໃຊ້​ມີຜູ້ໃຊ້ຢູ່ແລ້ວບໍ່



ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ
ຜູ້ໃຫ້ບໍລິການຝາກ Hosting  ທີ່ດີທີ່ສຸດ ສໍາລັບທຸລະກິດ




No comments:

Post a Comment