Wednesday, March 15, 2017

ການຕັ້ງຄ່າ Email ແບບ IMAP ແລະ POP ຕ່າງ​ກັນ​ຢ່າງ​ໄຮ

ອະທິບາຍການເຮັດວຽກ Email ແບບ IMAP 
    IMAP ຈະ​ເປັນການ Sync ຂໍ້ມູນລະຫວ່າງ Server Mail ກັບ Client ຮ່ວມກັນຕະ​ຫລອດ​ເວ​ລາໂດຍໃນ Client ຈະສະແດງສະເພາະແຕ່ Supject ເທົ່ານັ້ນ ເມື່ອທ່ານຕ້ອງການເອີ້ນເບິ່ງເນື້ອ​ຫາ ພຽງແຄ່ເລືອກໄປທີ່ Supject ລະບົບເຖິງຈະ Sync ຂໍ້ມູນຈາກ Server Mail ອີກເທື່ອຫນຶ່ງ ໃນກໍລະນີທີ່ມີການອ່ານ ຫຼື ລົບ ອີເມວຈາກທຸກ Client ຈະສົ່ງຜົນກັບ Mail Server ໂດຍກົງ ແລະເຮັດໃຫ້ທຸກ Client ສະແດງຜົນຄືກັນ



ອະທິບາຍການເຮັດວຽກ Email ແບບ POP


    POP ເປັນການ Download ອີເມວຈາກ Server Mail ລົງ Client ທີ່ເປີດໃຫ້ດຶງຂໍ້ມູນທັງຫມົດ ຈາກ Server Mail ແລ້ວລົບອີເມວເຫລົ່ານັ້ນອອກຈາກ Server mail ທັນທີ ຫຼື ອາດເກັບໄວ້ໃນໄລຍະເວລາຕາມທີ່ຜູ້ໃຊ້ກໍານົດ ເຊັ່ນ 7 ວັນ 30 ວັນ ຫຼືຫລາຍກ່ວາ ນັ້ນຈຶ່ງຈະລົບອອກຈາກ Server Mail ໂດຍການຕັ້ງຄ່າແບບ POP ເຮັດໃຫ້ການ​ເອີ້ນ​ເບິ່ງອີເມວມີຄວາມ​ລວດ​ໄວ ເພາະຂໍ້​ຄວາມອີເມວຈາກ Server ໄດ້ຖືກຄັດ​ລອກໄວ້ໃນອຸປະກອນ (Client) ທັງຫມົດ (ສະເພາະ INBOX ເທົ່ານັ້ນ) 


ການເຮັດວຽກຂອງ POP ຈຶ່ງບໍ່ຕ້ອງລໍ Sync ຂໍ້ມູນจาก Server Mail ຕະ​ຫລອດ​ເວ​ລາ ສ່ວນການເປີດ ການອ່ານແລະ ລົບອີເມວໃນອຸປະກອນທີ່ໃຊ້ POP ຈະມີຜົນສະເພາະອຸປະກອນທີ່ເຮັດເທົ່ານັ້ນ ຈະບໍ່ສາມາດປ່ຽນແປງຂໍ້ມູນໃນ Server Mail ໄດ້


IMAP ແລະ POP ມີຄວາມທີ່ແຕກຕ່າງກັນຫຼາຍ ຊຶ່ງຂຶ້ນຢູ່ກັບການໃຊ້ວຽກຂອງຜູ້ໃຊ້ເປັນ​ຫລັກສໍາຄັນ

  • IMAP ເຫມາະກັບຜູ້ທີ່ໃຊ້ວຽກອີເມວກັບຫລາຍໆ Client ເພາະທັງ Smart Phone Tablet ຫຼື PC ຈະສະແດງຜົນໃຫ້ເຫັນຄືກັນໃນທຸກອຸປະກອນ ຂໍ້ເສຍຄື ໃນການເອີ້ນ​ເບິ່ງອີເມວແຕ່​ລະ​ຄັ້ງຈະມີຄວາມຊ້າລົງກ່ວາປົກກະຕິ ເພາະ Program Client ຕ້ອງທໍາຫນ້າທີ່ດຶງຂໍ້ມູນຈາກ Server Mail ທຸກ​ຄັ້ງທີ່ Sync
  • POP ເຫມາະກັບຜູ້ທີ່ໃຊ້ວຽກອີເມວຜ່ານອຸປະກອນຈໍາ​ນວນນ້ອຍ ແລະຕ້ອງການຄວາມ​ລວດ​ໄວໃນການເບິ່ງຂໍ້ມູນ ເພາະຂໍ້ມູນໄດ້ຖືກ Download ໄວ້ໃນອຸປະກອນທຸກໆ ຄັ້ງທີ່ກົດ Refresh ຫຼື Send/Receive ແລະ ຍັງສາມາດຕັ້ງຄ່າໃນ Program ເພື່ອໃຫ້ຂໍ້ມູນບໍ່ເຕັມ ກ່ອງຈົດຫມາຍ ຂອງ Server Mail ໃຫ້ມີການລົບຂໍ້ມູນ ອອກຈາກ Server ຕາມໄລຍະເວລາທີ່ກໍານົດໄວ້ ແຕ່ມີຂໍ້​ເສຍ ຄື ຖ້າຂໍ້ມູນຖືກ Download ໄປຍັງ Client ໃດແລ້ວ ເມື່ອເຂົ້າໄປເບິ່ງຜ່ານ Webmail ທ່ານຈະບໍ່ສາມາດເບິ່ງຂໍ້ມູນດັ່ງກ່າວໄດ້


No comments:

Post a Comment