Monday, March 6, 2017

ເປັນຫຍັງ Email Server/Hosting ຫຼື SMTP ຈຶ່ງມີການກໍານົດ ການສົ່ງຕໍ່ວັນ ? ເພາະວ່າ

Email Server/Hosting ເປັນຫຍັງຕ້ອງມີ Limit ການສົ່ງຕໍ່ຊົ່ວໂມງແລະຕໍ່ວັນ 


ปริมาณการส่งออกต่อวัน
ເປັນຫຍັງ Email Server/Hosting ຕ້ອງມີການກໍານົດການສົ່ງຕໍ່ວັນ


ມີຄົນຈໍານວນຫຼາຍທີ່ໃຊ້ ອີເມວບໍລິສັດ ເພື່ອໃຊ້ໃນການສື່ສານຕິດຕໍ່ທຸລະກິດຢ່າງຖືກຕ້ອງ ຕາມ
ວັດຖຸປະສົງຂອງຜູ້ໃຫ້ບໍລິການ Email Server/Hosting ຄື ໃຊ້ເພື່ອຄວາມສະດວກໃນການສື່ສານ

ແຕ່ມີຄົນຈໍານວນຫນຶ່ງ ໃຊ້ງານ Email Server/Hosting  ໄປໃນທາງທີ່ຜິດວັດຖຸປະສົງຂອງການໃຊ້
ອີເມວບໍລິສັດ ທີ່ຖືກຕ້ອງ ຊຶ່ງຄົນເຫລົ່ານີ້ຈະພະຍາຍາມທີ່ຈະສົ່ງອີເມວຈໍານວນມະຫາສານເພື່ອໂຄສະນາ
(Spam mailໄປຍັງກຸ່ມບຸກຄົນ ຫຼື Email ທີ່ຕົນເອງບໍ່ຮູ້ຈັກ ຫຼື ເອີ້ນວ່າ Bomb Mail 

ຊຶ່ງເປັນບັນຫາທີ່ຜູ້ໃຫ້ບໍລິການ Email Server ກັງວົນຫຼາຍ 


เนื่องจากกังวลว่า IP ของ Email Server ตนเองจะติด Blacklist
ສາເຫດທີ່ຜູ້ໃຫ້ບໍລິການ Email Hosting  ຈໍາກັດປະລິມານການສົ່ງຂອງທ່ານ ໂດຍສ່ວນ​ໃຫຍ່ແລ້ວຈະກໍານົດ
ບໍ່ໃຫ້ Email ໃນທັງ Domain ຂອງທ່ານເກີນ 300 ສະບັບຕໍ່ວັນ ເນື່ອງຈາກ ຫາກໃຫ້ຜູ້ໃຊ້
ບໍລິການສາມາດສົ່ງໄດ້ຫຼາຍກ່ວານີ້

IP ຂອງຜູ້ສົ່ງ ຈະຕິດ Blacklist ເຮັດໃຫ້ຜູ້ໃຊ້ງານທັງຫມົດບໍ່ສາມາດສົ່ງ Email ໄປຫາ Gmail, Yahoo, Hotmail ຫຼື ອີເມວອື່ນໆ ທີ່​ມີມາດຕະຖານຄວາມປອດໄພສູງໄດ້

ຫາກວ່າບໍລິສັດຂອງທ່ານເປັນອົງ​ກອນ​ຂະຫນາດໃຫຍ່ທີ່​ມີ User ເປັນພັນຈະເຮັດແນວໃດ?

ເມື່ອ​ຜູ້ໃຫ້ບໍລິການ Email Hosting  ມີການຈໍາກັດປະລິມານການສົ່ງຕໍ່ຊົ່ວໂມງແລະຕໍ່ວັນ ແລ້ວໃນອົງ​ກອນ​ຂະຫນາດໃຫຍ່ ທີ່​ມີ User  ເປັນພັນໆຄົນ ພາຍໃຕ້ Domain ດຽວກັນ ສະແດງວ່າ ຄົນເປັນພັນໆ ນັ້ນ ສາມາດສົ່ງ Email ໄດ້ຮ່ວມກັນ ບໍ່ເກີນ 300  ສະບັບຕໍ່ຊົ່ວໂມງ ມັນບໍ່ສົມເຫດສົມຜົນຫຼາຍ ທີ່ທ່ານຕ້ອງປະ​ຢັດການສົ່ງ Email ອອກ, ແລ້ວຈະມີ Email ບໍລິສັດ ໄປຫຍັງ ເຮົາມີທາງອອກ ສໍາລັບອົງ​ກອນ
ໃຫຍ່ໆ ທີ່​ມີ User ຫລາຍກ່ວາ 200 ຂຶ້ນໄປ ດັ່ງນີ້


ที่มี SMTP ในการส่งจำนวนมาก
ຜູ້ໃຫ້ບໍລິການ Email Server ສໍາລັບອົງ​ກອນຂະຫນາດໃຫຍ່ ບໍ່​ວ່າດ້ວຍເຫດຜົນໃດ ຈະບໍ່ປ່ອຍໃຫ້ Email Server 1 ເຄື່ອງ ສົ່ງອີເມວໄດ້ຫລາຍກ່ວາ 300 ສະບັບ ແນ່ນອນ ເພາະມັນເກີດຄວາມສ່ຽງຕໍ່ການທີ່ຈະຕິດເປັນ IP Blacklist   ດັ່ງທີ່ໄດ້ກ່າວຂ້າງເທິງ 

ຍົກຕົວຢ່າງການເຮັດວຽກຂອງ Email Server ໃນອົງ​ກອນຂະຫນາດໃຫຍ່

ຜູ້ໃຫ້ບໍລິການ Email Server ຈະຕ້ອງມີ SMTP ຫລາຍ ຕົວ ຍົກຕົວຢ່າງ ບໍລິສັດຂອງທ່ານມີ User ທັງຫມົດ 900 ຄົນ ຜູ້ໃຫ້ບໍລິການ Email Hosting ອາດຈະມີ SMTP ສໍາລັບສົ່ງອີເມວໄວ້ 3 ຕົວຊຶ່ງອາດຈະຕ້ອງວາງ​ແຜນກັບທີມງານ IT ຂອງຫນ່ວຍ​ວຽກນັ້ນໆ ວ່າພຶດຕິກໍາຂອງ User ແຕ່ລະກຸ່ມ ມີການໃຊ້ວຽກເປັນແນວ​ໃດ ອາດຈະວາງ​ແຜນໄດ້ດັ່ງນີ້
  1. SMTP1 ຫຼື Email Server ໃຫ້ອີເມວພະແນກ HR ໃຊ້ວຽກ ຊຶ່ງ User ໃນກຸ່ມນີ້ຈະມີການ​ສົ່ງ  Email ຕໍ່ວັນຫຼາຍທີ່ສຸດ ເຊັ່ນ hr@company.com ຄົນດຽວ ໃນທຸກໆເຊົ້າອາດຈະຕ້ອງສົ່ງຂ່າວປະກາດໄປຫາ User ທັງອົງ​ກອນ ປະ​ມານ 900 ສະບັບ ແລ້ວ ຜູ້ໃຫ້ບໍລິການ Email Server ອາດຈະມີການອະນຸຍາດໃຫ້ SMTP Server ຕົວທີ່ 1 ສາມາດສົ່ງໄດ້ຕໍ່ວັນຫຼາຍສຸດ ຄື  3,000 ສະບັບ (ແລະທີ່ອະນຸຍາດໃຫ້ເຖິງ 3,000 ສະບັບ) ເພາະວ່າຮູບແບບການສື່ສານນັ້ນ ເປັນການສື່ສານພາຍໃນເຖິງແມ່ນວ່າ IP ຈະຕິດ Blacklist ຈຶ່ງເກີດຜົນກະທົບພຽງເລັກນ້ອຍ ຄື ບໍ່ສາມາດສົ່ງໄປທີ່ Email ອື່ນໆ ເຊັ່ນ Hotmail, Gmail, Yahoo ໄດ້  ແຕ່ຍັງຕິດຕໍ່ສື່ສານກັບບຸກຄົນພາຍໃນໄດ້
  2. SMTP2 ອາດຈະກໍານົດ Limit ການ​ສົ່ງຕໍ່ວັນຢູ່ທີ່ 2,000 ສະບັບ ຕໍ່ວັນ ເພື່ອສະຫນັບສະຫນູນ User ທີ່​ມີການໃຊ້ວຽກປານກາງ (ໃນກໍລະນີທີ່ IP ຕິດ Blacklist) ໃນ SMTP2 ມັນອາດຈະ​ມີ IP 2 ຕົວ ຄື  ພ້ອມສະຫງວນທັນທີໃນກໍລະນີທີ່ IP ທໍາອິດ ຕິດ Blacklist ເພາະການ​ກໍາ​ນົດໃຫ້ເຖິງ 2,000 ສະບັບ/ວັນ/Domain ຖື​ວ່າມີຄວາມສ່ຽງທີ່​ຈະຕິດ Blacklist
  3. SMTP3 ອາດຈະກໍານົດ Limit ການສົ່ງຢູ່ທີ່ 200 ສະບັບຕໍ່ຊົ່ວໂມງ ແລະລວມທັງ Domain ບໍ່ເກີນກວ່າ 300 ສະບັບຕໍ່ຊົ່ວໂມງ ຊຶ່ງເຮັດໃຫ້ SMTP3 ນັ້ນບໍ່ຕິດ Blacklist ເພາະ ມີການຈໍາກັດໄວ້ແລ້ວ

ເຫດຜົນຫຍັງທີ່ເຮັດໃຫ້ຜູ້ໃຫ້ບໍລິການຕ້ອງຢ້ານ

ພາບອະທິບາຍເພີ່ມເຕີມ ຂໍ້ 1 ບາງຄັ້ງ User ບໍ່ໄດ້ມີຄວາມ​ຕັ້ງ​ໃຈທີ່​ຈະ​ສົ່ງ Email ອອກໄປຈໍານວນຫຼາຍ
ແຕ່ບາງທີການຕິດໄວຣັສ ເຮັດໃຫ້ User ສົ່ງ Email ອອກໄປໂດຍບໍ່ໄດ້ຕັ້ງໃຈ
       1. ບາງທີ User ບໍ່ມີຄວາມ​ຕັ້ງ​ໃຈທີ່​ຈະ​ສົ່ງ Bomb Mail ຄື ເຮັດ​ວຽກພາຍໃຕ້ກົດລະບຽບແລະນະໂຍບາຍທີ່ຖືກຕ້ອງ ແຕ່            ບາງທີ ໄວຣັສບາງຕົວສົ່ງ Email ອັດຕະໂນມັດ ຫາກ Email Server ບໍ່ມີການ Limit ການສົ່ງໄວ້ ເຮັດໃຫ້ Email              Server ສົ່ງ Spam ໄປ Email ອື່ນໆ ໂດຍອັດຕະໂນມັດ ເຮັດໃຫ້ ຕິດ Blacklist ໃນທີ່ສຸດ


หรือ IP ติด Blacklist
ພາບອະທິບາຍເພີ່ມເຕີມ ຂໍ້ 2 ເປັນຫຍັງຜູ້ໃຫ້ບໍລິການເຖິງບໍ່​ໃຫ້ຜູ້​ໃຊ້​ວຽກ​ໃຊ້ SMTP ພຽງຕົວດຽວ
  1. ຜູ້ໃຫ້ບໍລິການຕ້ອງການໃຫ້ການ​ໃຊ້​ວຽກ​ຂອງ User ເກີດປະສິດທິພາບສູງສຸດ ເພາະໃນເລື່ອງເຕັກນິກແລ້ວ ຈະສາມາດກໍານົດປະລິມານການສົ່ງເປັນ Unlimited ໄດ້ ແຕ່ຜູ້ທີ່ເດືອດ​ຮ້ອນຫຼາຍທີ່ສຸດ ຄື User  ເພາະຫາກ SMTP ຕົວນີ້ຕິດ Blacklist ​ຂຶ້ນມາ ທ່ານຈະບໍ່ສາມາດຕິດຕໍ່ບຸກຄົນພາຍນອກໄດ້

    หรือ SMTP หลายๆตัว สำหรับองค์กรขนาดใหญ่
    ພາບອະທິບາຍເພີ່ມເຕີມ ຂໍ້ 3 ການບໍລິຫານຄວາມສ່ຽງ

  2. ເປັນການບໍລິຫານຄວາມສ່ຽງຂອງສະຖຽນລະພາບ ຊຶ່ງຜູ້ໃຫ້ບໍລິການຕ້ອງການກະຈາຍ SMTP ໄປຫຼາຍໆ ຕົວ ເພາະ ຖ້າຫາກວ່າເກີດເຫດ​ສຸດ​ວິ​ໄສທີ່ຄວບຄຸມບໍ່ໄດ້ ໃນ SMTP Server ໃດ ຂຶ້ນມາຈິງໆ ຢ່າງຫນ້ອຍ User ອື່ນໆທີ່ບໍ່ໄດ້ໃຊ້ SMTP ຕົວນີ້ก็ສາມາດສືບຕໍ່ການເຮັດວຽກໄດ້



ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ

ຜູ້ໃຫ້ບໍລິການ ລະບົບ ອີເມວບໍລິສັດ ອັນ​ດັບ 1 ໃນສ. ປ. ປ. ລາວ 

1 comment:

  1. Akismet is by a wide margin the most well known and best enemy of spam module for WordPress.
    http://wordpressctapro.com

    ReplyDelete