Friday, March 10, 2017

ວິທີການເຮັດເວັບໄຊທ໌ໃຫ້​ເປັນ Domain ຊື່ບໍລິສັດຂອງທ່ານ

ວິທີການເພື່ອເຮັດໃຫ້ເວັບໄຊຕ໌ຂອງທ່ານ Online ເປັນ WWW.  ແລະ ສາມາດເບິ່ງມັນ

          ຫາກວ່າທ່ານຕ້ອງການມີເວັບໄຊທ໌ຂອງທ່ານເອງ ເຊັ່ນ ຊື່  www.abc.com ທີ່ສາມາດປະກາດໃຫ້ທົ່ວໂລກ ຮູ້ວ່າທ່ານຕ້ອງການສື່ສານ ຫຍັງ ຕັ້ງແຕ່ເວັບໄຊທ໌ສ່ວນບຸກຄົນ ຈົນ​ກວ່າ​ຂອງເວັບໄຊທ໌ອົງ​ກອນ ຫຼື ບໍລິສັດ




ການຈັດແຈງເພື່ອນໍາເວັບໄຊທ໌ Upload ໃນ Web Server ໃຫ້ທົ່ວໂລກເຫັນ

ພາບອະທິບາຍ ຂະບວນການ ເຮັດວຽກຂອງ ໄຟລ໌ທີ່ຢູ່ໃນເຄື່ອງຂອງທ່ານ ກັບ Domain ແລະ Web Hosting



  1. ເລີ່ມຕົ້ນ ທ່ານຕ້ອງຄິດວ່າຈະກໍານົດຊື່ເວັບໄຊທ໌ ວ່າຫຍັງ ຊຶ່ງຊື່ເວັບໄຊທ໌ໃນພາສາເຕັກນິກ ຄື ຊື່  Domain ເຊັ່ນ abc.com ຊຶ່ງໃນ ສ.ປ.ປ.ລາວ ມີຜູ້ຮັບຈົດ​ທະ​ບຽນ Domain ຫຼາຍບໍລິສັດ ແຕ່ແນະນໍາວ່າໃຫ້ຈົດ​ທະບຽນ Domain ກັບບໍລິສັດທີ່ມີມາດຕະຖານ ເຖິງແມ່ນວ່າລາຄາແພງກ່ວາເລັກນ້ອຍ
  2. ຫຼັງຈາກນັ້ນທ່ານຕ້ອງຫາຜູ້ໃຫ້ບໍລິການ Web Hosting (ທີ່ຝາກເວັບໄຊທ໌) ເພື່ອນໍາຂໍ້ມູນເວັບໄຊທ໌ໄປຝາກໄວ້ ຊຶ່ງ ซึ่งສ່ວນຫຼາຍຜູ້ໃຫ້ບໍລິການ Web Hosting ຈະຮັບຈົດ​ທະ​ບຽນ Domainจะ ໄປດ້ວຍ
  3. ຫຼັງຈາກນັ້ນທ່ານຕ້ອງນໍາຊື່ Domain  ທ່ານຈະຕ້ອງເອົາຊື່ Domain ໄປເຊື່ອມໂຍງກັບ Web Hosting ໃນທີ່ນີ້ເອີ້ນວ່າ ການປ່ຽນແປງຄ່າ NS ຂອງ Domain ເພື່ອໃຫ້ຊີ້ຄ່າມາທີ່ Web Hosting  ຂອງຜູ້ໃຫ້ບໍລິການທີ່ຕິດຕໍ່ໄວ້
  4. ຫຼັງຈາກນັ້ນຜູ້ໃຫ້ບໍລິການ Web Hosting ຈະໃຫ້ Password FTP ມາເພື່ອໃຫ້ທ່ານນໍາຂໍ້ມູນທີ່ຢູ່ໃນເຄື່ອງຂອງທ່ານ Upload ຂຶ້ນໄປໃນ Server 
  5. ຫາກທ່ານດໍາ​ເນີນ​ການຕາມລໍາດັບຂັ້ນຕອນ ດ້ານ​ເທິງ ທ່ານສາມາດເຮັດເວັບໄຊທ໌ໃຫ້​ເປັນ Domain ຊື່ບໍລິສັດສໍາເລັດແລ້ວ

ການກະກຽມໄຟລ໌ (File) ກ່ອນທີ່ຈະ Up Lode ເຖິງ Web Hosting

  1. ບັນຫາຫລັກຂອງການສ້າງເວັບໄຊທ໌ ຄື ບັນຫາຕົວອັກສອນ (Font) ສວຍງາມທີ່ກໍານົດໄວ້  ກັບຕົວອັກສອນ (Font)  ທີ່ສະແດງໃນເວັບໄຊທ໌ ບໍ່ຄື​ກັນ ເພາະເຄື່ອງຄົນອື່ນບໍ່ມີ Font ແບບເຄື່ອງທ່ານ ດັ່ງນັ້ນຈຶ່ງແນະນໍາວ່າຄວນໃຊ້ Font ພື້ນຖານທົ່ວໄປ ທີ່ທຸກເຄື່ອງມີ
  2. ການຈັດການ Path ເຊັ່ນ ຮູບພາບ ໃນເວລາທີ່ Upload  ຂຶ້ນໄປໃນ Server ແລ້ວບໍ່ສະແດງໃຫ້ເຫັນຊຶ່ງສາເຫດສ່ວນໃຫຍ່ມາຈາກຜູ້ສ້າງເວັບໄຊທ໌ບໍ່ມີຄວາມຮູ້ກ່ຽວກັບການຈັດການ Path ໂດຍຜູ້ສ້າງເວັບໄຊທ໌ສາມາດຫາຮຽນຮູ້ເພີ່ມເຕີມໄດ້ຕາມເວັບໄຊທ໌
  3. ຢ່າ Upload ເພງ ຫນັງ ຫຼື Program ເພາະອາດຈະຖືກ​ຕັ້ງຂໍ້ກ່າວຫາລະເມີດລິຂະສິດ ແລະເຮັດໃຫ້ຜູ້ໃຫ້ບໍລິການ Web Hosting ຍົກເລີກໃຫ້ບໍລິການທ່ານໄດ້

ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ
ຜູ້ໃຫ້ບໍລິການຝາກ Web Hosting  ທີ່ດີທີ່ສຸດ ສໍາລັບທຸລະກິດ



No comments:

Post a Comment