Thursday, January 26, 2017

ເປັນຫຍັງ Email ທີ່ແມ່ນຂອງ​ແຖມມາກັບ Web Hosting ຈຶ່ງ​ມີບັນຫາ ?

ຫຼາຍທ່ານທີ່ເຄີຍມີປະສົບການໃຊ້ວຽກອີເມວ (Email) ທີ່ແມ່ນຂອງ​ແຖມມາກັບ Web Hosting ທີ່ເຊົ່າໃນລາຄາຖືກ ມັກຈະພົບບັນຫາ ເຊັ່ນ ສົ່ງອີເມວບໍ່ອອກ,ຮັບອີເມວບໍ່ໄດ້, ອີເມວ Delay ສະແດງພາສາຜິດ​ພ້ຽນຈາກ​ເດີມ(Language/interface problem) ຜູ້ຂຽນຈະອະທິບາຍໃນບົດຄວາມຕາມ​ຂ້າງລຸ່ມນີ້


ຮູບພາບປະ​ກອບ ການເຮັດວຽກຂອງ Web Server/Hosting ທົ່ວໄປ


1. ອີເມວຊັກຊ້າ (Email Delay)

ຜູ້ໃຊ້ງານ Web Hosting ຕ້ອງເຮັດຄວາມເຂົ້າໃຈ ຫຼື ຍອມຮັບຄວາມເປັນຈິງ ວ່າໃນ Web server
ຫນຶ່ງເຄື່ອງ ບໍ່ໄດ້ມີເວັບໄຊທ໌ທ່ານພຽງເວັບໄຊດຽວ ແຕ່ປະກອບໄປດ້ວຍເວັບໄຊ ຫຼື ໂດເມນ ຈໍານວນຫຼາຍທີ່ໃຊ້ບໍລິການໃນ Server ນັ້ນຢູ່ ດັ່ງນັ້ນຈຶ່ງບໍ່ແປກທີ່ທ່ານຈະພົບກັບບັນຫາ ອີເມວຊັກຊ້າ Delay

           ເພາະ Web Server ຕ້ອງເຮັດການ​ປະ​ມວນ​ຜົນຕັ້ງແຕ່ຂໍ້ມູນທໍາ​ມະ​ດາທີ່ສະແດງໃນເວັບໄຊທ໌(Website)ລະບົບຖານຂໍ້ມູນ(Database) ລະບົບການ​ຈັດ​ການ (Control panel) ດັ່ງນັ້ນ
ການ​ປະ​ມວນ​ຜົນເລື່ອງ ອີເມວ (Email) ถือແມ່ນພຽງ​ແຄ່ອົງປະກອບຫນຶ່ງເທົ່ານັ້ນ ແລະຍິ່ງກວ່ານັ້ນ
ແຕ່ລະ Server ຍັງປະ​ກອບ​ດ້ວຍຜູ້ໃຊ້ອີເມວ (Email) ແມ່ນຈໍານວນ > 10,000 email ຊຶ່ງບັນຫາ
ເຫຼົ່ານີ້ເຮັດໃຫ້ເກີດການເຮັດວຽກຊັກຊ້າ ຫຼື Delay

2. ສົ່ງອີເມວບໍ່ອອກ

ຄວາມເຂົ້າໃຈອີກປະການຫນຶ່ງທີ່ເຈົ້າຂອງທຸລະກິດຄວນຮູ້ ຄື ໃນເວລາທີ່ມີ Email ຫນຶ່ງໃນ Web Server/Hosting ໄດ້ສົ່ງ Spam email ໄປຫາ  Email Hotmail, Yahoo, Gmail ຫຼາຍກວ່າປົກກະຕິ ເພື່ອໂຄສະນາຂາຍສິນຄ້າຂອງຕົນເອງ ຫາກວ່າລະບົບ Web Server ບໍ່ມີການຈໍາກັດ
ຫຼື ບໍລິຫານບໍ່ດີພຽງພໍ IP ຂອງ Server ທ່ານຈະຖືກ Block ໂດຍຜູ້ໃຫ້ບໍລິການຂອງຜູ້ຮັບອີເມວ 
ເຊັ່ນ ຫາກທ່ານສົ່ງ Email ໄປຫາເພື່ອນທີ່ໃຊ້ Hotmail ໄດ້ ແຕ່ສົ່ງ Email ໄປຫາເພື່ອນທີ່ໃຊ້
Gmail ບໍ່ໄດ້ ສະແດງວ່າ IP ຂອງ Server ທ່ານຕິດ ฺBlock IP ຂອງ Gmail ແຕ່ແທນທີ່ Email ຂອງຜູ້ສົ່ງຈະຖືກ Block Email ດຽວ ແຕ່ບໍ່ເປັນດັ່ງນັ້ນ ມັນ Block IP ທັງ Server ທັນທີ

3. ຮັບອີເມວບໍ່ໄດ້

ຄວາມເປັນຈິງອີກຢ່າງທີ່ຕ້ອງເຂົ້າໃຈ ຄື ຜູ້ໃຫ້ບໍລິການ Web Hosting/Server ຕ້ອງມຸ່ງ​ເນັ້ນ​ໄປ​ທີ່ປະລິມານ Website/Domain ຫຼາຍ ໃນ Server ແຕ່ລະເຄື່ອງ ຊຶ່ງເປັນເລື່ອງປົກກະຕິຂອງທຸລະກິດ
ເພື່ອຄວາມຄຸນ​ຄ່າໃນການດໍາ​ເນີນ​ການ ດັ່ງນັ້ນ ຫາກທ່ານພົບບັນຫາຮັບອີເມວບໍ່ໄດ້ ຈຶ່ງບໍ່ແປກ
ເພາະການເຮັດວຽກຂອງ Server ມັນຕ້ອງມີການເຮັດວຽກທີ່ຜິດພາດໃນຄັ້ງບາງ ເນື່ອງຈາກວ່າ 
ມີຜູ້ໃຊ້ບໍລິການໃນ  Web Server ຈໍານວນຫຼາຍ ການປະ​ມວນ​ຜົນທີ່ຕ້ອງເຮັດວຽກຫນັກ​ຫຼາຍ
ປະກອບກັບຈໍານວນຜູ້ໃຊ້ Email ໃນ Server ນັ້ນ

4. ພາສາ​ຜິດ​ພ້ຽນ

ຕ້ອງຍອມຮັບ ວ່າ Web Server ນັ້ນຖືກອອກແບບມາເພື່ອໃຫ້ເຮັດວຽກສໍາລັບການເປັນ Web Server ຊຶ່ງ Email ເປັນພຽງອົງປະກອບຫນຶ່ງເທົ່ານັ້ນ ດັ່ງນັ້ນການສະແດງຜົນດ້ານພາສາ
ມັນບໍ່ໄດ້ຖືກພັດທະນາເພື່ອການເຮັດວຽກຢ່າງຕໍ່ເນື່ອງ ຫຼືກົງ​ຕາມຄວາມເປັນຈິງ ດັ່ງນັ້ນຈຶ່ງບໍ່ແປກ
ຫາກທ່ານສົ່ງ Email ທີ່​ມີເນື້ອຫາເປັນພາສາລາວ, ໄທ, ຍີ່ປຸ່ນ, ຈີນ ໃນເວລາທີ່ຜູ້ຮັບເປີດ Email 
ຈະເກີດ​ບັນ​ຫາ ຄື ພາສາ​ຜິດ​ພ້ຽນ ເຊັ່ນ ສະແດງໃຫ້ເຫັນເປັນອັກສອນ ????


ການແກ້ໄຂບັນຫາ


ຫາກທ່ານມີຄວາມຈໍາເປັນຕ້ອງໃຊ້ Email@domain name ຕົວເອງໃນການດໍາ​ເນີນທຸລະກິດແທນການໃຊ້ Free Emai ເຊັ່ນ Hotmail, Gmail, Yahoo ບໍ່ວ່າດ້ວຍເຫດຜົນດ້ານຄວາມຫນ້າເຊື່ອຖື
ຫຼື ໃດກໍ່ຕາມ ທ່ານຄວນຈະເລືອກຜູ້ໃຫ້ບໍລິການທີ່ເປັນ Email Hosting/Server ໂດຍສະເພາະ

ເພາະລະບົບເຫຼົ່ານີ້ຈະຖືກອອກແບບມາຢ່າງດີເພື່ອໃຊ້ວຽກໃນການຕິດຕໍ່  Email ທາງທຸລະກິດແລະ Server ມັນປະ​ມວນ​ຜົນແຕ່ເລື່ອງອີເມວເທົ່ານັ້ນ ລວມທັງຄວາມໄວຂອງການໃຊ້ວຽກ,
Interface ຍັງຖືກພັດທະນາຕະຫຼອດ ເພື່ອໃຫ້ສະຫນັບສະຫນູນພາສາຕ່າງໆ ຢ່າງ​ເຕັມ​ທີ່ ຊຶ່ງເປັນສິ່ງທີ່ຜູ້ຂຽນໃຫ້ຄໍາແນະນໍາ ວ່າ ຄວນຮີບດໍາ​ເນີນ​ການ ກ່ອນທີ່ບັນຫາດ້ານ​ເທິງຈະເກີດກັບທ່ານ ຊຶ່ງເຮັດໃຫ້ເກີດຄວາມເສຍຫາຍ ຫຼື ເສຍໂອກາດຂອງທຸລະກິດທ່ານໄດ້



ບົດຄວາມໂດຍ


ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ

ຜູ້ໃຫ້ບໍລິການ Email Hosting ແລະ Mail Server ທີ່ດີທີ່ສຸດ ໃນສ. ປ. ປ. ລາວ.





No comments:

Post a Comment