Friday, January 20, 2017

ລະບົບ Spam Filter ເພື່ອການຮຽນຮູ້ Spam Mail ອັດຕະໂນມັດ ຄືຫຍັງ ?

ລະບົບຮຽນຮູ້ spam ອັດຕະໂນມັດ ໃຊ້ຂໍ້ມູນຈາກພຶດຕິກໍາການໃຊ້ວຽກ


ລະບົບການຮຽນຮູ້ Spam ຈາກພຶດຕິກໍາການໃຊ້ວຽກ


ເນື່ອງຈາກວ່າ  Spammer ຫຼື ຜູ້ສົ່ງ Spam ໄດ້ພະຍາຍາມຊອກຫາວິທີການໃຫມ່ ເພື່ອໃຫ້ Spam Mail ທີ່ຕົນເອງສົ່ງ ສາມາດເຂົ້າໄປໃນ Inbox ຂອງຜູ້ໃຊ້ຢູ່ຕະຫຼອດເວລາ ຫາກລະບົບ Spam Filter ບໍ່ມີການຮຽນຮູ້ຈາກພຶດຕິກໍາການໃຊ້ວຽກຂອງຜູ້ໃຊ້ ອາດຈະເຮັດໃຫ້ທ່ານພົບການ​ປະ​ມວນ​ຜົນທີ່ຜິດພາດ ເຊັ່ນ Email ທີ່​ມີຄວາມສໍາຄັນບາງທີມົນຕີແມ່ນ Spam ສ່ວນ Email ທີ່ບໍ່ມີຄວາມສໍາຄັນປ່ອຍມາໃນ  Inbox


ລະບົບ Spam Filter ທີ່ສະ​ຫລາດຄວນຮຽນຮູ້ຈາກພຶດຕິກໍາການໃຊ້ວຽກຂອງຜູ້ໃຊ້ ເພື່ອສາມາດວິເຄາະ Spam ໄດ້ຄວາມ​ແມ່ນ​ຍໍາ ແລະເຂົ້າໃຈຄວາມຕ້ອງການຂອງຜູ້ໃຊ້ຫຼາຍທີ່ສຸດ


ຍົກ​ຕົວ​ຢ່າງການເຮັດວຽກ


ສ່ວນຫຼາຍ Spam mail ທີ່ສົ່ງມາໃນລະບົບຫນ້າທໍາອິດ ລະບົບ Spam Filter ຈະປະເມີນໃຫ້ສາມາດເຂົ້າໄປໃນ Inbox  ເພາະຢ້ານວ່າລະບົບ Spam Filter  ຈະ​ປະ​ມວນ​ຜົນຜິດພາດ ແລະເຮັດໃຫ້ຜູ້ໃຊ້ວຽກບໍ່ໄດ້ຮັບອີເມວທີ່​ມີຄວາມສໍາຄັນ

ແຕ່ຖ້າ Email ສະບັບໃດມີການສົ່ງເຂົ້າມາເຂົ້າອີກ ແລ້ວ User ບໍ່ມີການເປີດ ລະບົບຈະໃຫ້ນ້ໍາຫນັກໃນການລະບຸ ວ່າ Email ຈາກ Sender ຄົນເກົ່າແມ່ນ Spam ໃນຄັ້ງຕໍ່ໄປ

ລະບົບ Spam Filter ຂອງ ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ ມີ Algorithm ໃນການຮຽນຮູ້ພຶດຕິກໍາການໃຊ້ວຽກຂອງຜູ້ໃຊ້ ທີ່ຈະເຮັດໃຫ້ເພີ່ມປະສິດທິພາບຂອງລະບົບ Spam Filter ແລະຍັງສາມາດລົດອັດຕາການປະ​ມວນ​ຜົນທີ່ຜິດພາດໄດ້


ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ

ຜູ້ໃຫ້ບໍລິການ Email Hosting ທີ່​ມີ ລະບົບ Spam Filter ທີ່​ສາມາດຮຽນຮູ້ອັດຕະໂນມັດດ້ວຍຕົນເອງ


No comments:

Post a Comment