Wednesday, January 18, 2017

Junk mail ອັນຕະລາຍຫຼາຍ ເຂົ້າໄປໃນInbox ແບບແນບ​ນຽນ

Junk Mail ບັນຫານີ້ອາດເຮັດໃຫ້ຄອມພິວເຕີສຍຫາຍ, ຫຼືຖືກ Hack ຂໍ້ມູນ


Junk Mail ເຂົ້າມາຫາທ່ານເພື່ອຫຍັງ ?
     1. ເພື່ອການໂຄສະນາຂາຍສິນຄ້າທົ່ວໄປ
      2. ເພື່ອຫລອກໃຫ້ຄລິກ(phishing mail)ແລ້ວຫລອກໃຫ້ໃສ່ຂໍ້ມູນສ່ວນຕົວ ເຊັ່ນ ບັດເຄຣດິດ 
     3. ເພື່ອໃຫ້ຄອມພິວເຕີຂອງທ່ານຕິດ Virus ນີ້ເປັນບັນຫາໃຫຍ່

ຕົວຢ່າງອີເມວຫລອກ​ລວງວ່າທ່ານໄດ້ຮັບລາງວັນ ແລະຫລອກ​ທ່ານຄລິກເຂົ້າໄປອ່ານ


Junk Mail ຮ້າຍ​ກາ ຫລອກວ່າ ທ່ານໄດ້ຮັບລາງວັນ !


ອີເມວລັກສະນະນີ້ມັກຈະຕັ້ງຫົວຂໍ້ ຫຼື Subject ເພື່ອລໍ່ລວງໃຫ້ທ່ານຄລິກເຂົ້າໄປ ເຊັ່ນ

     1. ທ່ານໄດ້ຮັບລາງວັນ xxxxx USD
     2. ທ່ານໄດ້ຮັບ VISA ເຂົ້າປະເທດ xxxx ຕະຫຼອດຊີວິດ
     3. ທ່ານໄດ້ຮັບລາງວັນທ່ອງທ່ຽວປະເທດ xxxx ຟຣີ
ມັນແມ່ນເຫັນໄດ້ວ່າຊື່ Subject ເຫຼົ່ານີ້ ເຊື້ອເຊີນ ໃຫ້ທ່ານຄລິກເຂົ້າໄປຢ່າງຍິ່ງ

ຖ້າຫາກວ່າທ່ານພົບອີເມວລັກສະນະນີ້ ສິ່ງທີ່ຕ້ອງເຮັດ ​ຄື​


     1. ບໍ່ເປີດອ່ານ ເພາະວ່າໃນຊີວິດທີ່ຈິງ ບໍ່ມີໃຜໃຫ້ເງິນທ່ານງ່າຍໆ
     2. ເຖິງແມ່ນວ່າ ອີເມວສະບັບດັ່ງກ່າວ ຈະສົ່ງໂດຍບຸກຄົນທີ່ທ່ານຮູ້ຈັກ ທ່ານຫ້າມ​ເປີດມັນ ແລະຄວນແຈ້ງກັບ            ຄືນໄປທີ່ຜູ້ສົ່ງດ້ວຍ ວ່າ ເຈົ້າຕິດ Virus ທີ່ມາຈາກອີເມວແລ້ວ


ຖ້າຫາກວ່າທ່ານຄລິກເຂົ້າໄປອ່ານແລ້ວຈະເກີດ​ຫຍັງ​ຂຶ້ນ

     1. ຖ້າທ່ານຄລິກເຂົ້າໄປອ່ານ ແຕ່ບໍ່ໄດ້ເປີດ  Link  ຫຼື ໄຟລ໌ແນບ ບໍ່ຕ້ອງກັງວົນຄອມພິວເຕີຂອງທ່ານຍັງບໍ່ຕິດ Virus ໃດ
     2. ຖ້າຄລິກ Link ທີ່​ມີໃນເນື້ອຫາເຂົ້າໄປແລ້ວ ທ່ານມີໂອກາດ ຕິດ Virus 50%
     3. ຖ້າທ່ານຄລິກ ແລະລົງຊອບແວທີ່ມາຈາກໄຟລ໌ແນບ ຫມາຍຄວາມວ່າທ່ານຕິດ Virus ແນ່ນອນ 100%

ວິທີແກ້ໄຂບັນຫາມື້ທ່ານໄດ້ຄລິກໄຟລ໌ແນບ

      1. Scan Virus ໂດຍຕ້ອງ Update ແມ່ນ Version ຫຼ້າສຸດກ່ອນ
      2. ປ່ຽນ Password ອີເມວໂດຍດ່ວນທີ່ສຸດ
      3. ວິທີການທີ່ດີທີ່ສຸດ ຄື Format ຄອມພິວເຕີ ແລະລົງ Windows ໃຫມ່ 

Virus ທີ່ແມ່ນ Junk Mail ຈະບໍ່ສົ່ງຮອດທ່ານ ຖ້າ Mail Server ດີຈິງ
  • ຫາກວ່າທ່ານໄດ້ຮັບອີເມວທີ່​ມີກໍາ​ລັງທໍາລາຍເຄື່ອງຄອມພິວເຕີສູງ ສະແດງວ່າ  Email Server ຂອງທ່ານ ອາດຈະມີການປ້ອງກັນ Junk Mail ທີ່ອ່ອນແອຫຼາຍ
  • Mail Server ຂອງບໍລິສັດທີ່​ມີຄຸນນະພາບສູງ ຈະມີການ Scan File ຖ້າຫາກວ່າໄວຣັສ ມັນຈະບໍ່ໄດ້ຖືກສົ່ງໄປຫາຜູ້ໃຊ້ (ທີ່ບໍ່ມີຄວາມຮູ້ເລື່ອງຄອມພິວເຕີຢ່າງ​ໃດ)
  •  Mail Server ທີ່​ດີ ທ່ານຄວນຈະໄດ້ຮັບ Junk Mail ບໍ່ເກີນ2-4 ສະບັບ ຕໍ່ອາທິດ ຖ້າຫຼາຍກ່ວານີ້ ຄວນປ່ຽນຜູ້ໃຫ້ບໍລິການທັນທີ
  •      

ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີລນ ຈໍາກັດ
ຜູ້ໃຫ້ບໍລິ Email Hosting Service Provider

No comments:

Post a Comment