Thursday, January 19, 2017

ການໃຊ້ວຽກອີເມວຢ່າງປອດໄພ ບໍ່ໃຫ້ຕິດໄວຣັສ

คงไม่มีใครอยากให้ Email ของตนเองติด Virus
ບໍ່ມີໃຜຕ້ອງການໃຫ້ Email ຫຼື Email Hosting ຫຼື ອີເມວບໍລິສັດ ຂອງຕົນເອງຕິດໄວຣັສ ແລະ Malware 


Email Server Hosting ໃນອົງ​ກອນ/ທຸລະກິດ ຕິດໄວຣັສ (Virus)

    ອີເມວ ເປັນຊ່ອງທາງຫນຶ່ງ ທີ່ຜູ້ສ້າງໄວຣັສ ເລືອກທີ່ຈະແຜ່ກະຈາຍໄວຣັສເຂົ້າສູ່ຄອມພິວເຕີ ດັ່ງນັ້ນການໃຊ້ວຽກອີເມວ ຄວນຈະໃຊ້ລະມັດລະວັງ ເພາະວ່າອາດຈະເຮັດໃຫ້ເກີດຄວາມເສຍຫາຍຂອງຂໍ້ມູນ ທີ່ນໍາໄປສູ່ບັນຫາຕິດໄວຣັສໃນອົງ​ກອນຂອງທ່ານ ເພື່ອສົ່ງໄວຣັສອັນຕະລາຍເຂົ້າໄປໃນ E-mail

ໄວຣັສ Melissa

ໄວຣັສນີ້ແມ່ນອັນຕະລາຍຫຼາຍ ມັນຈະ​ເຮັດຫນ້າທີ່ຄັດ​ເລືອກ Address 50 ລາຍຊື່ເພື່ອສົ່ງໄວຣັສອັນຕະລາຍເຂົ້າໄປໃນ E-mail ມັນຈະເຮັດຫນ້າທີ່ແລ່ນເຂົ້າໄປໃນໄຟລ໌ແນບ ເຮັດໃຫ້ໄຟລ໌ແນບທີ່ສົ່ງມາບໍ່ສາມາດເປີດໃຊ້ວຽກໄດ້ ຫຼັງຈາກນັ້ນໄວຣັສນີ້ຈະສັງເກດຕະຫຼອດ ຖ້າຫາກວ່າອີເມວຕິດຕໍ່ມາມັນມີການໂຕ້ຕອບແມ່ນພາສາປະ​ຫລາດອັດຕະໂນມັດ ນອກຈາກນັ້ນໄວຣັສບາງປະເພດມີຄວາມ​ສາ​ມາດຄົ້ນຫາໄຟລ໌ .wab , .idx ທີ່ແມ່ນຖານຂໍ້ມູນອີເມວຂອງ Ms Outlook ເພື່ອຄົ້ນຫາລາຍຊື່ອີເມວ ເພື່ອສໍາເນົາແລະ ສົ່ງໄວຣັສອີກເທື່ອຫນຶ່ງ ສົ່ງ​ຜົນ​ໃຫ້ Email ໃນ Address Book ຂອງທ່ານຕ້ອງຮັບ Virus ໂພດ ທີ່ໃນເລື່ອງທຸລະກິດສ້າງຄວາມເສຍຫາຍຕໍ່ company image ຂອງທ່ານຫຼາຍ



สำการการทำงานของอีเมลบริษัท
ບໍ່ໃຫ້ Email ຫຼື ເຄື່ອງຄອມພິວເຕີຂອງທ່ານຕິດໄວຣັສ ຈາກ Email ເພາະວ່າ 
ອາດຈະມີຜົນກະທົບທຸລະກິດ ເຊັ່ນ ອີເມວອາດຈະບໍ່ສາມາດໃຊ້ໄດ້


ວິທີການປ້ອງກັນໄວຣັສຈາກ E-mail ທີ່ດີທີ່ສຸດ

 1. ບໍ່ເປີດໄຟລ໌ແນບທີ່ສົ່ງມາກັບ E-mail ທັນທີ
ແມ່ນຂັ້ນຕອນແຮກຂອງການປ້ອງກັນໄວຣັສທີ່ດີທີ່ສຸດ ໄວຣັສທີ່ແນບມາກັບ E-mail ຈະເຮັດວຽກໃນເວລາທີ່ຜູ້ຮັບຄລິກໄຟລ໌ແນບເຮັດໃຫ້ໄດ້ຮັບໄວຣັສ ຫຼືເປີດການເຮັດງານຂອງໄວຣັສ ວິທີປ້ອງກັນທີ່ດີທີ່ສຸດ ຄືກໍລະນີ E-mail ຫຼືລະບົບຜູ້ໃຊ້ມີຊອບແວ Scan Virus ຊອບແວຈະຄົ້ນຫາໄວຣັສອັດຕະໂນມັດ
ຫຼືຜູ້ໃຊ້ກວດສອບໃຫ້ແນ່ນອນ ວ່າ E-mail ທີ່​ມີໄຟລ໌ແນບມາປອດ​ໄພສາມາດເປີດ

 2. ການຕິດຕັ້ງຊອບແວ ເພື່ອປ້ອງກັນໄວຣັສ
ເພື່ອປ້ອງກັນໄວຣັສເຂົ້າເຖິງຄອມພິວເຕີຂອງທ່ານ ຫຼືເອີ້ນວ່າ Anti-virus ຊອບແວປ້ອງກັນໄວຣັສມີຄຸນສົມບັດຈໍານວນຫຼາຍພ້ອມກວດສອບເຄື່ອງຄອມພິວເຕີຂອງທ່ານຕະຫຼອດເວລາທີ່ເປີດເຄື່ອງ ຫຼືສ້າງກໍາແພງ (Firewall) ປ້ອງກັນໄວຣັສ (Virus) ອັດຕະໂນມັດ ຊຶ່ງຜູ້ໃຊ້ທ່ານເປີດ-ປິດຟັງ​ຊັນການເຮັດງານໄດ້  ແຕ່ໄວຣັສສາມາດແລ່ນເຂົ້າໄປໃນຄອມພິວເຕີຂອງທ່ານໄດ້ຕະຫຼອດເວລາ ດັ່ງນັ້ນໃຫ້ Anti-virus ເຮັດງານຢູ່ຕະຫຼອດເວລາແມ່ນການປ້ອງກັນທີ່ດີທີ່ສຸດ


 3. ການແນບໄຟລ໌ໃນເຄື່ອງຄອມພິວເຕີ
ເຄື່ອງຄອມພິວເຕີຂອງທ່ານອາດຈະມີໄຟລ໌ໄວຣັສຊ່ອນຢູ່ ດັ່ງນັ້ນການແນບໄຟລ໌ອາດມີໄວຣັສຕິດໄປ ຫມາຍຄວາມວ່າ ທ່ານບໍ່ສາມາດກໍາ​ຈັດໄວຣັສເອງໄດ້ ດັ່ງນັ້ນການຄວບຄຸມທັງການຮັບ ແລະການສົ່ງໄຟລ໌ແນບ ໂດຍມີ Anti-virus ເປັນສິ່ງສໍາຄັນທີ່ສຸດໃນການປ້ອງກັນ ແລະກໍາ​ຈັດໄວຣັສທີ່​ມີຜົນອັນຕະລາຍຕໍ່ເຄື່ອງຄອມພິວເຕີຂອງທ່ານ
    



ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ
ຜູ້ໃຫ້ບໍລິການ  Email Hosting ທີ່ດີທີ່ສຸດ ໃນສປປ.ລາວ
ແລະ ຜູ້ໃຫ້ບໍລິການ Web Hosting  ມາດຕະຖານສາກົນ


No comments:

Post a Comment