Tuesday, January 24, 2017

ອີເມວ (Email) ຫາຍ ເປັນຍ່າງໃດ ?

ບັນຫາ ອີເມວ ຫາຍ ຫຼື ອີເມວພາດໄປ






ອີເມວ (Email) ຫາຍ ເປັນຍ່າງໃດ ?]


ຫລາຍຄົນສົງໄສ ວ່າ ອີເມວຫາຍ ມັນ​ຄື​​ຫຍັງ ຫາຍໄດ້ຍ່າງໃດ ມີວິທີການແກ້ໄຂ ແລະປ້ອງກັນໄດ້ຍ່າງໃດ

1. ​ຄາດ​ເຄື່ອນ ຄື ມີການສົ່ງມາຈາກຜູ້ຕິດຕໍ່ ແຕ່ທ່ານບໍ່ໄດ້ຮັບອີເມວດັ່ງກ່າວ ສາເຫດມາຈາກບັນຫາລະຫວ່າງການສົ່ງ ເຊັ່ນ  Internet ມີບັນຫາຂາດໄປໃນຂະນະທີ່ສົ່ງອອກ ເຮັດໃຫ້ອີເມວສະບັບນັ້ນບໍ່ສາມາດມາຮອດຜູ້ຮັບໄດ້

2.Junk mail ຫຼື Spam mail  ໃນເນື້ອຫາອີເມວບາງສະບັບມີການລະບຸ ພາສາທີ່​ແປກ​ປະ​ຫລາດ ແປຄວາມຫມາຍບໍ່ໄດ້ ຊ່ອນ​ຢູ່ ອາດຈະຊ່ອນ​ຢູ່ໃນຊື່ຂອງໄຟລ໌ແນບທີ່ທ່ານແນບມາ ເຮັດໃຫ້ອີເມວທີ່ຖືກສົ່ງມາຖືກ​ເຫັນວ່າແມ່ນ Spam ຈຶ່ງຖືກກັ່ນຕອງໄປຢູ່ທີ່ Junk mail ແທນ​ທີ່ຈະຢູ່ທີ່ Inbox ຫຼື ຈົດຫມາຍຂາເຂົ້າ

3.ຜະ​ເຫລີ​ລົບໄປ ອີເມວບາງສະບັບທ່ານອາດຈະບໍ່ລະວັງໃນ Inbox ອາດຈະເຫລີ​ລົບໄປໂດຍບໍ່​ຮູ້​ ແຕ່ສາມາດ​ກູ້​ກັບຄືນມາ ອີເມວທີ່ຍັງບໍ່ຖືກລົບຢ່າງຖາວອນຈະເຂົ້າໄປໃນ Trash ແຕ່ຫາກວ່າອີເມວດັ່ງກ່າວຢູ່ໃນ trash ໃນເວລາເກີນ 30 ວັນ ອີເມວຈະຖືກລົບຖາວອນທັນທີ ຈະບໍ່ສາມາດກູ້​ກັບຄືນມາໄດ້

4.ຫາກວ່າບໍ່ໄດ້ເກີດຈາກສາເຫດຕາມ ຂໍ້ ຂ້າງ​ຕົ້ນ ບັນຫານີ້ຈະເກີດໃນລະ​ດັບ Server ຊຶ່ງ ຜູ້ໃຫ້ບໍລິການ Email Hosting ອາດຈະພົບບັນຫາດ້ານເຕັກນິກ ເຊັ່ນ Bandwidth ໃນຕ່າງປະເທດບໍ່ພຽງພໍ ເພາະ Email @hotmail,Gmail,Yahoo  ຫຼື ລູກຄ້າທີ່ຢູ່ຕ່າງປະເທດຕ້ອງໃຊ້ Traffic
ຈໍານວນມະຫາສານ ທີ່ໃຊ້ຕິດຕໍ່ກັບທ່ານ ຫາກຜູ້ໃຫ້ບໍລິການ Email Hosting ບໍລິຫານບໍ່ດີ ຈະເຮັດໃຫ້ເກີດບັນຫາ ອີເມວຂາດຫາຍ ແລະ ຊັກຊ້າ



ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ

ຜູ້ໃຫ້ບໍລິການ Email Hosting Service Provider


No comments:

Post a Comment