Tuesday, January 17, 2017

ລະບົບການກັ່ນຕອງ Spam ທີ່​ດີຄວນຈະເປັນ?


    

ຫນ້າທີ່ທີ່ສໍາຄັນຂອງລະບົບການກັ່ນຕອງ Spam ຄື ການຄັດເລືອກພຽງແຕ່ອີເມວທີ່​ມີເນື້ອຫາທີ່​ແມ່ນ Spam ອອກ ເຫຼືອແຕ່ອີເມວທີ່ຕ້ອງການ ຫຼັກການເຮັດວຽກທີ່ຄ້າຍຄືກັນເຄື່ອງກັ່ນຕອງອາກາດທີ່​ຈະກັ່ນຕອງສະເພາະມົນລະພິດອອກ ແລະນໍາອາກາດບໍລິສຸດຜ່ານອອກມາເທົ່ານັ້ນ


ລະບົບການກັ່ນຕອງ Spam ທີ່​ດີ ຄວນມີຄຸນສົມບັດດັ່ງຕໍ່ໄປນີ້

1. ປ້ອງກັນ ແລະ ຈັ່ນຈັບ Spam Mail ທັງອີເມວຂາເຂົ້າ - ຂາຮັບ ເພື່ອບໍ່ໃຫ້ Inbox ຂອງທ່ານເຕັມໄປດ້ວຍ Spam Mail ແລະ ປ້ອງກັນບໍ່ໃຫ້ທ່ານສົ່ງ Spam Mail ເອງ ຈົນເຮັດໃຫ້ Mail Server ໂດນ Blacklisted
2. ລະບົບຕ້ອງສາມາດກວດສອບ ຫົວຂໍ້(Subject) ລວມທັງ ເນື້ອຫາ (Content) ວ່າມີລັກສະນະຂໍ້​ຄວາມທີ່ຕ້ອງສົງໄສວ່າມັນເປັນ Spam mail ໄດ້
3. ສາມາດກວດສອບ Attract File ທີ່ແນບມາກັບອີເມວວ່າມີ Virus ຫຼື Spam mail 
4. ສາມາດກວດສອບ URL ທີ່ແນບມາກັບອີເມວວ່າມີ Virus ຫຼື Spam mail 
5. ລະບົບສາມາດກໍານົດ Blacklisted ຫຼື Whitelisted ຜູ້ຮັບ ແລະ ຜູ້ສົ່ງໄດ້ ເພື່ອໃຫ້ງ່າຍຕໍ່ການໃຊ້ງານ



No comments:

Post a Comment