Monday, January 16, 2017

Email hosting ບໍລິສັດ ມັນ​ຄືຫຍັງ ?


Email Hosting ສໍາລັບການໃຊ້ວຽກບໍລິສັດ ເຮັດວຽກດັ່ງໃດ


Email hosting ບໍລິສັດ ມັນ​ຄືຫຍັງ ?


ໃນອົງ​ກອນສ່ວນຫຼາຍທີ່​ມີການໃຊ້ Email ບາງອົງ​ກອນທີ່​ມີການໃຊ້ວຽກ Free Mail ເຊັ່ນ  Hotmail Yahoo Gmail ເຄີຍສົງໄສບໍ່ວ່າ ຫາກວ່າມື້ຫນຶ່ງເກີດຄວາມຜິດການໃຊ້ວຽກ ເຊັ່ນ ບໍ່ໄດ້ຮັບອີເມວ ໄດ້ຮັບອີເມວຊັກຊ້າ ຫຼື ລະບົບເກີດ​ບັນ​ຫາ ບໍ່ສາມາດໃຊ້ວຽກໄດ້ ພວກທ່ານຕ້ອງປຶກສາຜູ້ໃດ 

ປະຈຸບັນມີ ຜູ້ໃຫ້ບໍລິການ Email Hosting ຈໍານວນຫຼາຍ ໃຫ້ທ່ານເລືອກໃຊ້ບໍລິການ ຜູ້ໃຫ້ບໍລິການ Email Hosting ທີ່ດີຕ້ອງສາມາດດູແລຮັບຜິດຊອບອີເມວຂອງທ່ານ ຫາກມີບັນຫາການໃຊ້ວຽກທ່ານສາມາດແຈ້ງໄດ້ວ່າ ລະບົບອີເມວມີບັນຫາ ແລະມີບຸກຄະລາກອນຜູ້ຊ່ຽວຊານລໍການແກ້ໄຂບັນຫາ ແລະລະບົບ Emai Hosting ທີ່ດີຕ້ອງມີຫນ້າທີ່ກັ່ນຕອງ Spam Mail ໃຫ້ທ່ານ ຈັດການເລື່ອງ ຮັບ-ສົ່ງອີເມວໃຫ້ໃຊ້ວຽກປົກກະຕິ ມີ ທີມງານ Support ລໍດູແລອີເມວຂອງທ່ານ ບໍ່ຫ້ອີເມວເສັຍຫາຍ ຫຼື ຖືກລັກ (Hack)

ຫນ້າທີ່ການເຮັດວຽກ ຂອງ Email Hosting
     
     1. ຮັບອີເມວ ຈາກບຸກຄົນທີ່ຕິດຕໍ່ມາຫາທ່ານ 
     2. ການກັ່ນຕອງ Spam ຈາກບຸກຄົນບໍ່ຫວັງດີ ສາເຫດຂອງ Junk Mail
     3. ສົ່ງອີເມວ ໄປທີ່ບັນຊີລາຍຊື່ທີ່ທ່ານຕ້ອງການຕິດຕໍ່
     4. ເກັບຂໍ້ມູນອີເມວທີ່​ມີການຮັບ-ສົ່ງ ໃນ Server ຢ່າງດີທີ່ສຸດ
     5. ດູແລຈັດການກ່ຽວກັບອີເມວຮັບ-ສົ່ງ ທຸກສະບັບ
     6.ຮັບຜິດຊອບ ແລະແກ້ໄຂບັນຫາທີ່ເກີດຂຶ້ນ
     7.ມີທີມງານ Support ລໍໃຫ້ຄໍາແນະນໍາການໃຊ້ວຽກ


ບົດຄວາມໂດຍ

ບໍລິສັດ ເຕັກໂນໂລຊີລນ ຈໍາກັດ
ຜູ້ໃຫ້ບໍລິ Email Hosting Service Provider

No comments:

Post a Comment