Thursday, January 5, 2017

ເລືອກ Email Server ບ່ອນໃດດີ ເພື່ອສ້າງອີເມວ (Email) ພາຍໃຕ້ຊື່ໂດເມນ(Domain) ຕົວເອງ ບໍລິສັດ ອົງ​ກອນ



ສໍາລັບອົງ​ກອນ ຫຼື ທຸລະກິດ ຂະຫນາດນ້ອຍ(SME) ຈາກທີ່ຜ່ານມາໃຊ້ການສື່ສານຜ່ານໂທລະສັບ ຫຼື ແຟັກ ປ່ຽນແປງມີການຕິດຕໍ່ສື່ສານຜ່ານອີເມວ(Email) ເພາະວ່າ ໄວແລະງ່າຍ ແຖມບໍ່ຄ່າບໍ່ໄດ້ຈ່າຍຄ່າບໍລິການໃດ

ຫຼາຍທຸລະກິດ ເລືອກໃຊ້ບໍລິການຟຣີອີເມວ (Free Email) ຈາກບໍລິສັດທີ່ມີຊື່ສຽງ ແຕ່ໃນອີກດ້ານຫນຶ່ງເຈົ້າຂອງທຸລະກິດບາງຄົນກໍ່ມອງເຖິງຄວາມສໍາຄັນ ຕໍ່ການໃຊ້ວຽກ Email @ ຊື່ບໍລິສັດຕົນເອງ ຫຼື ໂດເມນຕົນເອງ ເນື່ອງຈາກເຫດຜົນ ເລື່ອງຄວາມຫນ້າເຊື່ອຖື ດັ່ງນັ້ນ ເຈົ້າຂອງທຸລະກິດຈໍານວນຫຼາຍຈະຕ້ອງຊອກຫາຜູ້ໃຫ້ບໍລິ Email Server ຄຸນະພາບ ເພາະທັງທຸລະກິດຂອງທ່ານຢູ່ໃນ Email

Solution ໃນການແກ້ໄຂບັນຫາເຈົ້າຂອງທຸລະກິດ ມີທີ່ສໍາຄັນ 2 ຂໍ້ ຄື
1.ເຮັດ Server Email ເອງ 
2.ເຊົ່າ Server Email 


ທ່ານຮູ້ບໍ່ວ່າ ການເຮັດ Email Server ເອງນອກ​ຈາກຈະຕ້ອງລົງທຶນໃນເລື່ອງ Hardware ຍັງມີຄ່າບໍລິການເພີ່ມເຕີມຈໍານວນຫຼາຍ ເຊັ່ນ  Data Center ສະຖານທີ່ຕັ້ງ Server ,ຄ່າວິສະວະກອນດູແລລະບົບ, ຄ່າ Software ດັ່ງນັ້ນຈົ້າຂອງທຸລະກິດສ່ວນຫຼາຍ ມັກຈະເລືອກທີ່ຈະເຊົ່າ  Email Server ຈາກບໍລິສັດຜູ້ໃຫ້ບໍລິ ຕໍ່ໄປນີ້ແມ່ນວິທີການສ້າງອີເມວພາຍໃຕ້ຊື່ໂດເມນຕົວເອງ

ພວກເຮົາສາມາດອະທິບາຍແມ່ນວິທີການດັ່ງຕໍ່ໄປນີ້
1. ຜູ້ຮັບບໍລິການຕ້ອງຄິດຊື່ໂດເມນ (ຊື່ ຫລັງ @ເຊັ່ນ @abc.com ຫຼື @abc.co.la

2. ຜູ້ໃຫ້ບໍລິການຈະເອົາຊື່ Domain ໄປກວດສອບກັບລະບົບຖານຂໍ້ມູນໂລກ ວ່າຊື່ຊ້ຳກັນຫຼືບໍ່ ຖ້າຫາກວ່າບໍ່ ຜູ້ຮັບບໍລິການສາມາດນໍາໄປໃຊ້ໄດ້

3. ຜູ້ໃຫ້ບໍລິການຈະເຮັດການຕັ້ງຄ່າເຕັກນິກໃຫ້ ເຊັ່ນ DNS MX ລະຫວ່າງ Domain ນໍາໄປ Email Server ຂອງຜູ້ໃຫ້ບໍລິການ

4. ຜູ້ຮັບບໍລິການສາມາດໃຊ້ໄດ້ງານໄດ້ທັນທີ

ເລືອກຜູ້ໃຫ້ບໍລິການ Email Server ບ່ອນໃດດີ
ຈິງໆແລ້ວໃນປະເທດລາວ ມີຜູ້ໃຫ້ບໍລິການດ້ານ Email Server ໂດຍສະເພາະບໍ່ພໍເທົ່າໃດ ແຕກຕ່າງກັບຢູ່ຕ່າງປະເທດທີ່ມີຜູ້ໃຫ້ບໍລິການຫລາຍກ່ວາ

ໂດຍໃນປະເທດໄທຈະມີຜູ້ໃຫ້ບໍລິການພຽງແຕ່ Hosting ຈໍານວນຫຼາຍ ມັກຈະໂຄສະນາວ່າ ສາມາດໃຊ້ວຽກ Email ໄດ້ ບໍ່ຈໍາກັດ Users ຫຼື ພາຍໃຕ້ພື້ນທີ່ທີ່ກໍານົດ ຊຶ່ງ Email ທີ່ແຖມມາກັບ  Hosting ຈະບໍ່ສາມາດໃຊ້ງານໄດ້ຈິງ ເນື່ອງຈາກວ່າມັນເກີດບັນຫາ ເຊັ່ນ ມີພື້ນທີ່ພຽງເລັກນ້ອຍ ສົ່ງອອກ-ຮັບເຂົ້າ ອີເມວບໍ່ໄດ້ ເພາະວ່າໃນ Web Server/Hosting 1 ເຄື່ອງ ປະ​ກອບ​ດ້ວຍ Website ຫຼາຍຮ້ອຍ ຫຼາຍພັນ ເວັບໄຊທ໌ ໃນເວລາທີ່ເວັບໄຊທ໌ເກີດ​ບັນ​ຫາອີເມວຂອງທ່ານກໍຈະມີບັນ​ຫາຕາມກັນ

ຊຶ່ງແຕກຕ່າງຈາກ Email Hosting ຖ້າຫາກວ່າທ່ານສຸມໃສ່ອີເມນທີ່ ທ່ານຄວນເລືອກເອົາແຕ່ບໍລິສັດຜູ້ໃຫ້ບໍລິການ Email Hosting ໂດຍສະເພາະ ຫຼື ຊື້ບໍລິການທີ່​ແຍກ​ຕ່າງ​ຫາກ


ບົດຄວາມໂດຍ
MailDee.com ຜູ້ໃຫ້ບໍລິລະບົບອີເມວ @ຊື່ບໍລິສັດ/ໂດເມນ (Domain)/ລາຄາຖືກ ມີຄຸນະພາບທີ່ສູງທີ່ສຸດ

No comments:

Post a Comment