Monday, January 23, 2017

Spammer ແປວ່າຫຍັງ ແລ້ວເຂົາເປັນໃຜ?

Spammer ແປວ່າຫຍັງ ແລະ ອັນຕະລາຍຕໍ່ລະບົບ Email hosting ຂອງທ່ານຫຼາຍປານໃດ?



Spammer ຄື ບຸກຄົນທີ່ຕ້ອງການສົ່ງອີເມວ ທີ່ທ່ານບໍ່ຕ້ອງການມາຫາທ່ານ ເຊັ່ນ ອີເມວທີ່ໂຄສະນາ (Junk Mailການຂາຍສິນຄ້າ ຫຼືເວັບໄຊທ໌ທີ່ທ່ານເຂົ້າໄປເບິ່ງແລ້ວຈະມີຄ່າບໍລິການຕາມ​ມາ ອີເມວເຫຼົ່ານີ້ຈະຖືກສົ່ງຕໍ່ໄປຄັ້ງລະຫຼາຍ Email ຊຶ່ງບາງຄັ້ງອາດຈະຫຼາຍ​ກວ່າ 100,000 - 1,000,000 ສະບັບຕໍ່ຄັ້ງ ແລະ Spammer ຍັງສາມາດເຮັດໃຫ້ສົ່ງໄດ້ຢ່າງວ່ອງໄວ ໂດຍທ່ານຢ່າໄດ້ເຊື່ອເງື່ອນໄຂຕ່າງໆ  ທີ່ອີເມວໄດ້​ລະ​ບຸ​ໄວ້ ເຊັ່ນ ການໃສ່ຂໍ້ມູນ ບັດເຄຣດິດ ໂທລະສັບ ອາດຈະເຮັດໃຫ້ເກີດຄ່າໃຊ້ຈ່າຍຕາມ​ມາ ແລະເຮັດໃຫ້ອີເມວຂອງທ່ານເກີດຂໍ້ມູນຈໍານວນຫຼາຍ  ສິ່ງເສດເຫຼືອ Bandwidth ພື້ນທີ່ອີເມວດ້ວຍ

ຜົນເສຍອື່ນໆ  ຫາກໄດ້ຮັບ Spam Mail  ຫຼື Junk Mail ຈໍານວນຫຼາຍ
     
     1. ມີອີເມວໃນ inbox ຫຼາຍ ເຮັດໃຫ້ພື້ນທີ່ເຕັມ
     2. ພະ​ລາດການອ່ານອີເມວທີ່ສໍາຄັນ ເພາະບໍ່ສາມາດແຍກໄດ້ວ່າ ບ່ອນໃດ spam  ບ່ອນໃດ junk
     3. ຍາກທີ່ຈະຄົ້ນຫາ email 
     4. ເຮັດໃຫ້ອີເມວຂາເຂົ້າບໍ່ແມ່ນລະບົບ ຈະເຕັມໄປດ້ວຍ Spam Mail 
     5. ອາດເກີດຄວາມເຂົ້າໃຈຜິດ ຄລິກເຂົ້າໄປເປີດອ່ານ


ຄໍາແນະນໍາການແກ້ໄຂບັນຫາ
     
ລະບົບ Server ຕ້ອງມີການຕອງ Spam ຕາມ​ລະບົບມາດຕະຖານທີ່ສາມາດໄວ້ວາງໃຈໄດ້ ມີການກວດສອບຢ່າງເຂັ້ມງວດໃນອີເມວທຸກສະບັບເພື່ອກວດສອບ ລວມທັງ Wording ທີ່​ມີຄວາມສ່ຽງສູງວ່າແມ່ນ Spam  
  
ລະບົບ Spam Guard ສາມາດກວດສອບ Spam ແລະໄວຣັສຢ່າງລະອຽດຜູ້ໃຫ້ບໍລິການເຂົ້າໃຈວ່າ ການມີ Spam ໃນ Inbox ບໍ່ແມ່ນພຽງແຕ່ສ້າງບັນຫາຄວາມຮໍາ​ຄານໃຫ້ທ່ານເທົ່ານັ້ນ ຖ້າຫາກເກີດຂໍ້ຜິດພາດຮ້າຍແຮງອາດຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ລະບົບທຸລະກິດຂອງທ່ານໄດ້



ບົດຄວາມໂດຍ


ບໍລິສັດ ເຕັກໂນໂລຊີແລນ ຈໍາກັດ

ຜູ້ໃຫ້ບໍລິການ Email Hosting ທີ່​ມີ ລະບົບກັ່ນຕອງ Spam ທີ່ດີທີ່ສຸດ



1 comment:

  1. "Why would let the Americans keep 50 % of the gaming trade in Macau," stated Lee, founder of Macau gaming consultancy IGamiX. Until lately, the renewal of concessions seemed like a done deal for the six corporations permitted to function casinos, which embrace the subsidiaries of three Las Vegas giants — Sands China, MGM China and Wynn Macau. It is an trade reshuffle that can shape Macau's subsequent decade, raising questions over whether or not the city can return to being thecasinosource.com the world's high casino hub, whether or not it should seek an alternate path and whether or not its golden years are over. The crisis comes at a delicate time for Macau's oligopoly of casinos.

    ReplyDelete